ດ່ານຂອງແຂວງຢຸນນານ ແລະ ປະເທດລາວຈະສືບຕໍ່ເພີ່ມທະວີການຮ່ວມມື

2019-10-23 16:47:19 |ມາຈາກ: 云南日报

ໃນມື້ມໍ່ໆມານີ້, ພາສີເມືອງຫລ້າສປ ຈີນ-ດ່ານພາສີສາກົນບໍ່ເຕັນສປປ ລາວໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ປີ 2019 ຢູ່ເມືອງຫລ້າ ແຂວງຢຸນນານ.

ທັງສອງຝ່າຍໄດ້ທົບທວນສະພາບການຮ່ວມມືນັບຕັ້ງແຕ່ປີທີ່ຜ່ານມາ, ໂດຍສະເພາະແມ່ນຜົນສຳເລັດໃນການປະຕິຮູບພາສີ, ການອຳນວຍຄວາມສະດວກໃນການຜ່ານດ່ານພາສີ, ການບໍລິການຂ້າມດ່ານສຳລັບວັດສະດຸກໍ່ສ້າງທາງລົດໄຟລາວ-ຈີນຢ່າງວ່ອງໄວ, ການຮ່ວມກັນປາບປາມການລັກລອບເຂົ້າ-ອອກຊາຍແດນ ແລະ ການແລກປ່ຽນຂໍ້ມູນຂ່າວສານ. ພ້ອມດຽວກັນນັ້ນ, ສອງຝ່າຍບັນລຸຄວາມເຫັນເປັນເອກະພາບໃນການຮ່ວມມືຫລາຍດ້ານເຊັ່ນ: ສືບຕໍ່ຊຸກຍູ້ການອຳນວຍຄວາມສະດວກຕໍ່ສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານພາສີ, ສະໜັບສະໜູນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ປັບປຸງກວດກາການເຂົ້າ-ອອກຂອງລົດໃຫ້ດີຂຶ້ນ, ປະຕິບັດກົນໄກການແລກປ່ຽນຂໍ້ມູນຂ່າວສານ, ແລະ ດຳເນີນກິດຈະກຳການແລກປ່ຽນໃນແຕ່ລະໄລຍະ.

ດ່ານບໍ່ຫານ ແລະ ດ່ານບໍ່ເຕັນ ປະເທດລາວ ເປັນດ່ານອັນສຳຄັນໃນຊາຍແດນລາວ-ຈີນ, ເຊິ່ງມີບົດບາດນັບມື້ນັບອັນສຳຄັນ ໃນການບໍລິການການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຊຸກຍູ້ການຄ້າ-ການລົງທຶນຂອງສອງຝ່າຍ.

ອີງຕາມສະຖິຕິ, ແຕ່ເດືອນມັງກອນ ຫາ ເດືອນສິງຫາ ປີ2019, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຢູ່ດ່ານບໍ່ຫານລາວ-ຈີນ ມີ 7796 ລ້ານຢວນ,​ ເພີ່ມ​ຂຶ້ນ 34,8% ​ເມື່ອ​ທຽບ​​ໃສ່​​ໄລຍະດຽວ​ກັນ​ຂອງ​ປີ 2018. ການສົ່ງອອກຂອງວັດສະດຸທີ່ໃຊ້ໃນການກໍ່ສ້າງທາງລົດໄຟລາວ-ຈີນມີ 117000 ໂຕນ, ມູນ​ຄ່າວັດຖຸມີເຖິງ 477 ລ້ານຢວນ. ນອກຈາກນັ້ນ, ໝາກໄມ້ທີ່ສົ່ງອອກ ແລະ ນຳເຂົ້າຜ່ານດ່ານບໍ່ຫານມີເພີ່ມຫລາຍຂຶ້ນ, ແຕ່ເດືອນມັງກອນ ຫາ ເດືອນສິງຫາ ປີ 2019, ໝາກໄມ້ທີ່ສົ່ງອອກ ແລະ ນຳເຂົ້າຜ່ານດ່ານບໍ່ຫານມີ 353600 ໂຕນ ,ມີມູນ​ຄ່າເຖິງ 382,4 ລ້ານຢວນ.