ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ພະ​ລັງ​ງານ​​ກາກບອນ​ຕ່ຳ​ທ້າຍຢວນ​ປີ 2019

2019-10-23 17:38:31 |ມາຈາກ: CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​​ພະ​ລັງ​ງານ​​ກາກບອນ​ຕ່ຳ​ທ້າຍຢວນ​ປີ 2019 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ທ້າຍຢວນ​ແຂ​ວງ​ຊ່ານ​ຊີ່​ຈີນ​ໃນ​ວັນ​ທີ 22 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ສານ​ຊົມ​ເຊີຍ​ຂອງ​ທ່ານ​ໄດ້​ຂ​ຽນ​ວ່າ, ​ການ​ພັດ​ທະ​ນາ​ດ້ວຍ​ພະ​ລັງ​ງານ​ກາກບອນ​ຕ່ຳ​ພົວ​ພັນ​ເຖິງ​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ. ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​​ພະ​ລັງ​ງານ​​ກາກບອນ​ຕ່ຳ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປະ​ຕິ​ວັດ​ດ້ານ​ການ​ບໍ​ລິ​ໂພກ, ການ​ສະ​ໜອງ, ເຕັກ​ນິກ ແລະ ລະ​ບຽບ​ການ​ທາງ​ດ້ານ​ພະ​ລັງ​ງານ. ຈີນ​ຍິ​ນ​ດີ​ຮ່ວມ​ກັນ​ກັບ​ປະ​ຊາ​ຄົມ​ໂລກ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ຢ່າງ​ຮອບ​ດ້ານ, ​ສົ່ງ​ເສີມ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ, ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປ້ອງ​ລະ​ບົບ​ນິ​ເວດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ.