ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຊຽງ​ຊານ​ໄດ້​ເປີດ​ເຜີຍ “​ແຜນ​ການຂອງ​ຈີນ” ເພື່ອ​ສັນ​ຕິ​ພາບ​ໂລກ

2019-10-24 17:05:31 |ມາຈາກ: CRI

CRI ໄດ້ອອກ​ບົດ​ວິ​ເຄາະ​ທີ່​ພາດ​ຫົວ​ຂໍ້​ວ່າ: “ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຊຽງ​ຊານ​ໄດ້​ເປີດ​ເຜີຍ “​ແຜນ​ການ​ຂອງ​ຈີນ” ເພື່ອ​ສັນ​ຕິ​ພາບ​ໂລກ” ໃນ​ວັນ​ທີ 23 ຕຸ​ລາ​ນີ້.

ບົດ​ຄວາມ​ລະ​ບຸ​ວ່າ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ຊຽງ​ຊານ​ປັກ​ກິ່ງ​ຄັ້ງ​ທີ 9 ໂດຍ​ໄດ້​ເນັ້ນ​ໜັກ​ວ່າ, ຈີນ​ຍຶດ​ໝັ້ນ​ການຊຸກ​ຍູ້​ການ​ຮ່ວມ​ມື​​ດ້ວຍ​ການ​ປຶກ​ສາ​ຫາ​ລື​ກັນ, ຊຸກ​ຍູ້​ສັນ​ຕິ​ພາບ​ດ້ວຍ​ການ​ຮ່ວມ​ມື​ກັນ ແລະ ຮັບ​ປະ​ກັນການ​ພັດ​ທະ​ນາ​ດ້ວຍ​ສັນ​ຕິ​ພາບ. ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ວ່າ: “​ການ​ຍຶດ​ໝັ້ນ​ແລະ​ປົກ​ປ້ອງລະ​ບົບ​ສາ​ກົນ​ທີ່​ຖື ສ​ປ​ຊ ເປັນ​ແກນ​ກາງ” , “ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ດ້ານ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ” ແລະ “ໄດ້​ວາງ​ໂຄງ​ຮ່າງ​ຄວາມ​ໝັ້ນ​ຄົງທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ພາກ​ພື້ນ” ຕາມ​ເອ​ກະ​ລັກ​​ແລະ​ຈຸດພິ​ເສດ​ຂອງ​ພາກ​ພື້ນ​ຕ່າງໆ​ຂອງ​ໂລກ ເຊິ່ງ​​ເປັນ​ການໄດ້​ສະ​ໜອງ​ແນວ​ຄວາມ​ຄິດ​ສຳ​ຄັນ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ໃນ​ຂອບ​ເຂດ​ທົ່ວ​ໂລກ ແລະ ໄດ້​ສະ​ເໜີ “ແຜນ​ການ​ຈີນ” ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ​ກໍ​ຄື ຂອງ​ໂລກ. ຈຸດ​ຢືນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ເປັນ​ການ​ຕອ​ບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ຕ່າງໆ​ໃນ​ການ​ສະ​ແຫວງ​ຫາ​​ສັນ​ຕິ​ພາບການ​ພັດ​ທະ​ນາ​ແລະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ເຊິ່ງ​ໄດ້​ຮັບ​ສຽງ​ຕອບ​ຮັບ​ຢ່າງ​​ກວ້າງ​ຂວາງ​ຈາກ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ໃນ​ອະ​ນາ​ຄົດ, ຈີນ​​ຍັງຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​​ແບບ​ໃໝ່​ທີ່ຮ່ວມ​ກັນ, ​ມີ​ສ່ວນ​ຮ່ວມ, ຮ່ວມ​ມື​ກັນ ແລະ ຕໍ່​ເນື່ອງ, ຍຶດ​ໝັ້ນ​ໃນ​ການປະ​ຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ, ເປັນ​ຜູ້​ສ້າງ​ສັນ​ຕິ​ພາບ​ໂລກ, ຜູ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ໂລກ ແລະ ເປັນຜູ້​ປົກ​ປັກ​ຮັກ​ສາ​ລະ​ບຽບ​​ສາ​ກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ພ້ອມ​ທັງ​ເພີ່ມ “ພະ​ລັງ​ທີ່​ສ້າງ​ສັນ​ຂອງ​ຈີນ” ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.