ແຂວງຢຸນນານ ແລະ ປະເທດລາວ ເພີ່ມທະວີການຮ່ວມມືໃນດ້ານການຄ້າການລົງທຶນ ແລະ ການທ່ອງທ່ຽວ

2019-10-27 15:53:15 |ມາຈາກ: 昆明日报

ໃນມື້ມໍ່ໆມານີ້, ກອງປະຊຸມປຶກສາຫາລືການຮ່ວມມືການທ່ອງທ່ຽວລາວ ແລະ ຢຸນນານ ປີ2019,ແລະງານວາງສະແດງຜະລິດຕະພັນການທ່ອງທ່ຽວໄດ້ຈັດຂຶ້ນຢູ່ປະເທດລາວ, ກິດຈະກຳນີ້ແມ່ນຫນຶ່ງໃນກິດຈະກຳຊຸກຍູ້ “ປີທ່ອງທ່ຽວລາວ-ຈີນ”, ແລະ ການວາງສະແດງການຄ້າການລົງທຶນລາວ-ຢຸນນານ. ຈຸດປະສົງຂອງກິດຈະກຳຄັ້ງນີ້ແມ່ນເພື່ອຊ່ວຍໃຫ້ບໍລິສັດຈີນ ແລະ ລາວ ແກ້ໄຂບັນຫາທີ່ພົບພໍ້ໃນການຮ່ວມມືໂດຍຜ່ານການປຶກສາຫາລື ແລະ ສົນທະນາ, ກຳຈັດຄວາມແຕກຕ່າງໃນຂະບວນການສົ່ງເສີມຄວາມສະດວກໃນການຄ້າການລົງທຶນ, ພ້ອມທັງຊ່ວຍສົ່ງເສີມບໍລິສັດຈີນ ແລະ ລາວເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ.

ອີງຕາມການລາຍງານ, ເພື່ອເປັນການສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດໃນປີ 2019, ລາວ ແລະ ຈີນ ໄດ້ເປີດກິດຈະກຳ "ປີທ່ອງທ່ຽວລາວ-ຈີນ" ໃນເດືອນມັງກອນຂອງປີນີ້, ເຊິ່ງກິດຈະກຳ ຕົ້ນຕໍແມ່ນ ການສະແດງສິລະປະວັດທະນະທຳ, ການວາງສະແດງຜະລິດຕະພັນການທ່ອງທ່ຽວລາວ-ຈີນ ແລະ ອື່ນໆ.