ໃນສາມໄຕມາດທຳອິດຂອງ​ປີ​ນີ້ ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງແຂວງຢຸນນານແມ່ນ 15.607 ຢວນ

2019-10-29 17:05:12 |ມາຈາກ: 新华网

ຂໍ້ມູນຂອງທີມສຳຫຼວດແຂວງຢຸນນານກົມສະຖິຕິແຫ່ງຊາດຈີນ ໄດ້ສະແດງໃຫ້ເຫັນວ່າ, ໃນສາມໄຕມາດທຳອິດຂອງ​ປີ​ນີ້, ລາຍໄດ້ຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດທົ່ວແຂວງເພີ່ມຂຶ້ນຢ່າງໄວວາ, ລາຄາຜູ້ບໍລິໂພກ (Consumer Price) ເພີ່ມຂຶ້ນໃນລະດັບປານກາງ, ລາຄາການຜະລິດໃນຂະແຫນງອຸດສາຫະກຳແມ່ນສູງກວ່າລາຄາໃນທົ່ວປະເທດ, ການຜະລິດສະບຽງອາຫານແມ່ນມີຄວາມໝັ້ນທ່ຽງ, ການຜະລິດສິນຄ້າປະເພດຊີ້ນທັງໝົດແມ່ນຫຼຸດລົງ, ແລະ ການດຳເນີນເສດຖະກິດໂດຍລວມແມ່ນມີຄວາມໝັ້ນທ່ຽງ, ໃນນັ້ນ,ໃນ 9 ເດືອນ​ຂອງ​ປີ​ນີ້, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວເມືອງແຂວງຢຸນນນານແມ່ນ 15,607 ຢວນ. ເຕີບ​ໂຕຂຶ້ນ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.

ນອກຈາກນັ້ນ,ໃນສາມໄຕມາດທຳອິດຂອງ​​​ປີ​ນີ້, ລາຄາອາຫານສົດຢູ່ແຂວງຢຸນນານໄດ້ເພີ່ມຂື້ນຢ່າງໄວວາ. ນັບແຕ່ເດືອນມັງກອນຫາເດືອນກັນຍາ ລາຄາອາຫານສົດເພີ່ມຂື້ນ 9,2%. ໃນນັ້ນ, ລາຄາຜັກສົດເພີ່ມຂື້ນ 9,5%, ລາຄາໝາກໄມ້ສົດເພີ່ມຂື້ນ 23,3%, ລາຄາຊີ້ນໝູເພີ່ມຂື້ນ 5,6%, ລາຄາຊີ້ນງົວ, ແກະ, ໄກ່ ແລະ ໄຂ່ໄກ່ເພີ່ມຂື້ນ 6,2%、12,2%、7,4% ແລະ 6,1%.