ກະກຽມ “ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ” ຂອງນະຄອນສິບສອງພັນນາ ເຂົ້າງານວາງສະແດງສິນຄ້ານໍາເຂົ້າສາກົນປະເທດຈີນ

2019-10-29 17:18:57 |ມາຈາກ: 云桥网

ວັນທີ 28 ຕຸລາ, ນັກຂ່າວໄດ້ຮູ້ຂ່າວຈາກພະແນກໂຄສະນາເຜີຍແຜ່ຂອງຄະນະກຳມະການພັກແຂວງຢຸນນານວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນປະເທດຈີນ ຄັ້ງທີ 2 ຈະຈັດຂຶ້ນຢູ່ສູນວາງສະແດງແຫ່ງຊາດຊຽງໄຮ້ ແຕ່ວັນທີ 5 ຫາວັນທີ 10 ພະຈິກ, ໃນເວລານັ້ນ, ພະແນກໂຄສະນາເຜີຍແຜ່ຂອງຄະນະກຳມະການພັກແຂວງຢຸນນານ ຈະຈັດການວາງສະແດງສິລະປະມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ,ກິດຈະກຳມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ, ແລະການສະແດງສົດມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ,ເພື່ອສະແດງວັດທະນະທຳຊົນເຜົ່າຢຸນນານຕໍ່ຊາວໂລກ,ແລະ ສະແດງໃຫ້ເຫັນເຖິງສະເໜ່ຂອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງຢຸນນານ.ຖືເອົາໂອກາດນີ້ ສົ່ງເສີມຄວາມເຂົ້າໃຈກ່ຽວກັບວັດທະນະທຳມໍລະດົກທີ່ບໍ່ເປັນວັດຖຸຢຸນນານຕໍ່ພາຍໃນແລະຕ່າງປະເທດ, ແລະ ຊຸກຍູ້ການຂະຫຍາຍອິດທິພົນຂອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງຢຸນນານ.

ກອງສິລະປະກອນຊົນເຜົ່າຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ ເປັນໜຶ່ງໃນກອງສິລະປະກຳມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຢຸນນານ, ຈະດຳເນີນການສະແດງສຳລັບ 4 ໂຄງການກ່ຽວກັບມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຊົນເຜົ່າໄທລື້, ຊົນເຜົ່າຈີໂນ້ແລະຊົນເຜົ່າປູລັງ, ເພື່ອສະແດງອອກເຖິງສະເໜ່ແຫ່ງວັດທະນະທຳສິບສອງພັນນາ.