ເມືອງເອີຢວນ ແຂວງຢຸນນານ: ເມື່ອເດັກນ້ອຍທີ່ດຳລົງຊີວິດຢູ່ເຂດພູດອຍເຈິະກັບ VR

2019-10-30 17:14:53 |ມາຈາກ: 人民网

ວັນທີ 25 ຕຸລາ, ເພື່ອເປັນການກະຕຸ້ນໃຫ້ນັກຮຽນຊົນເຜົ່ານ້ອຍ ຢູ່ ເຂດພູດອຍ ໃນແຂວງຢຸນນານເກີດຄວາມສົນໃຈໃນການຮຽນຮູ້, ປູກຝັງຈິດວິນຍານແຫ່ງຫົວຄິດປະດິດສ້າງໃຫມ່ ແລະ ຄວາມສາມາດຝີມືໂດຍຜ່ານປະສາດສຳຜັດເຊັ່ນ: ການເບິ່ງເຫັນ, ການໄດ້ຍິນ, ການສັງເກດ, ສະແຫວງຫາ. ສະມາຄົມວິທະຍາສາດ ແລະ ເຕັກໂນໂລຢີເມືອງເອີຢວນ ກິ່ງແຂວງຕ້າຫຼີ ແຂວງຢຸນນານ ຈຶ່ງໄດ້ມາຮອດໂຮງຮຽນປະຖົມນິວກຸຍຕານ ເມືອງເອີຢວນ ແລະ ຈັດກິດຈະກຳສຳຜັດການສອນແບບປະສົມປະສານກັບ VR.

ໃນລະຫວ່າງການສຳຜັດ, ນັກຮຽນທີ່ໃສ່ອຸປະກອນ VR ໄດ້ຮັບຮູ້ເຖິງ “ໂລກໃຕ້ທະເລ”, “ພາບວິວທິວທັດຕ້າຫຼີ” ແລະ ອື່ນໆ, ເດັກນ້ອຍຊົນເຜົ່າຢີຂອງບ້ານນິວກຸຍຕານໄດ້ເຫັນໂລກໃຕ້ທະເລເປັນຄັ້ງທຳອິດໂດຍຜ່ານVR, ເດັກນ້ອຍຕ່າງກໍ່ຮູ້ສຶກມ່ວນຊື່ນຍິນດີໃນໂລກຈຳລອງ.