ງານວາງສະແດງສິນຄ້າປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ໄດ້ຈັດຂຶ້ນທີ່ເມືອງຫຼ້າ

2019-10-30 17:22:03 |ມາຈາກ: 云南网

ວັນທີ 18-27 ຕຸລາ, ກິດຈະກຳການໃຊ້ສອຍເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ງານວາງສະແດງສິນຄ້າປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຂອງເຂດທົດລອງພັດທະນາເປີດກວ້າງສຳຄັນ (ບໍ່ຫານ)ເມືອງຫຼ້າຄັ້ງທີສອງ ໄດ້ຈັດຂຶ້ນໃນສະໜາມຫົດນ້ຳເມືອງຫຼ້າ.

ການວາງສະແດງຄັ້ງນີ້ມີຮ້ານວາງສະແດງທັງຫມົດ 131ຮ້ານ, ຜະລິດຕະພັນວາງສະແດງມີຫຼາຍຢ່າງເຊັ່ນ: ເຄື່ອງຄົວ, ເຄື່ອງສິລະປະໄມ້, ເຄື່ອງປະດັບ ແລະ ສິນຄ້າອື່ນໆ ທີ່ມາຈາກປະເທດ ແລະ ພາກພື້ນທີ່ແຕກຕ່າງກັນເຊັ່ນ: ປະເທດເຢຍລະມັນ, ລາວ, ໄທ ແລະ ອື່ນໆ, ດຶງດູດຊາວເມືອງຈຳນວນຫຼາຍມາຊົມເບິ່ງ ແລະ ຊື້ເຄື່ອງ. ໃນນັ້ນ, ຜະລິດຕະພັນກະສິກຳຂອງເມືອງຫຼ້າໄດ້ຮັບຄວາມນິຍົມຊົມຊອບຈາກມວນຊົນ.

ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອເຮັດໃຫ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາພາກພື້ນ, ປະເທດອ້ອມຂ້າງ ກັບ ເຂດທົດລອງພັດທະນາເປີດກວ້າງສຳຄັນ (ບໍ່ຫານ) ເມືອງຫຼ້າ ເລິກເຊິ່ງຂຶ້ນຕື່ມອີກ. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ປະຊາຊົນເຂົ້າໃຈພື້ນທີ່ທີ່ມີຄວາມທຸກຍາກໃຫ້ຫລາຍຂຶ້ນ, ເຊິ່ງມີບົດບາດອັນສຳຄັນໃນການຊ່ວຍຊາວກະສິກອນທ້ອງຖິ່ນຫຼຸດຜ່ອນຄວາມທຸກຍາກ.