ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືນັກວິຊາການຊາວໜຸ່ມຄັ້ງທຳອິດ ວ່າດ້ວຍກົນໄກການຮ່ວມມືວິທະຍາສາດເຕັກໂນໂລຢີປ່າໄມ້ຈີນ-ອາຊຽນໄດ້ຈັດຂຶ້ນທີ່ເມືອງພູເອີ

2019-10-31 17:37:53 |ມາຈາກ: 云南日报

ວັນທີ 30 ຕຸລາ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືນັກວິຊາການຊາວໜຸ່ມຄັ້ງທຳອິດວ່າດ້ວຍ “ກົນໄກການຮ່ວມມືວິທະຍາສາດເຕັກໂນໂລຢີປ່າໄມ້ຈີນ-ອາຊຽນ” ໄດ້ຈັດຂຶ້ນຢູ່ເມືອງພູເອີ. ຫົວຂໍ້ຂອງກອງປະຊຸມເວທີປຶກສາຫາລືຄັ້ງນີ້ແມ່ນ “ການຟື້ນຟູປ່າໄມ້ເຂດຮ້ອນ”, ທິມຄົ້ນຄວ້າປະກອບດ້ວຍນັກວິຊາການຊາວໜຸ່ມທີ່ຄົ້ນຄວ້າໃນດ້ານປ່າໄມ້ 22 ຄົນ ມາຈາກປະເທດຈີນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ໄທ, ແລະ ຫວຽດນາມ, ໄດ້ດຳເນີນການແລກປ່ຽນຄຳຄິດເຫັນ ແລະ ບົດລາຍງານທາງວິຊາການໃນລະຫວ່າງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື.