ກອງປະຊຸມເຈລະຈາເສດຖະກິດການຄ້າ ແລະ ກອງປະຊຸມສຸດຍອດການຮ່ວມມືກະສິກຳກອງທຶນກະສິກຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ

2019-10-31 17:39:38 |ມາຈາກ: 云南日报

ວັນທີ 30 ຕຸລາ, ກອງປະຊຸມເຈລະຈາເສດຖະກິດການຄ້າ ແລະ ກອງປະຊຸມສຸດຍອດການຮ່ວມມືກະສິກຳກອງທຶນກະສິກຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ 2019 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ຫົວຂໍ້ຂອງກອງປະຊຸມສຸດຍອດແມ່ນ “ການເຊື່ອມໂຍງການຕິດຕໍ່, ການຮ່ວມມື ແລະ ການແບ່ງປັນ”. ຜູ້ແທນທີ່ມາຈາກ 9 ປະເທດເຊັ່ນ: ປະເທດກຳປູເຈຍ, ລາວ, ມຽນມາ ແລະ ປະເທດອື່ນໆ ໄດ້ຜ່ານຫລາຍວິທີການເປັນຕົ້ນແມ່ນ ການຕິດຕໍ່ພົວພັນທາງດ້ານນະໂຍບາຍ, ການເຈລະຈາທຸລະກິດ ແລະ ການຕິດຕໍ່ທຸລະກິດ,ລົງເລິກຂຸດຄົ້ນທ່າແຮງການຮ່ວມມືລະຫວ່າງປະເທດໃນເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຮ່ວມມືໃນດ້ານກະສິກຳ, ກອງທຶນກະສິກຳ ແລະ ອື່ນໆ, ກອງປະຊຸມສຸດຍອດຄັ້ງນີ້ມີຈຸດປະສົງເພື່ອປະຕິບັດຂໍ້ລິເລີ່ມ “ໜຶ່ງແລ້ວ ໜຶ່ງເສັ້ນທາງ” ໃຫ້ປາກົດຜົນເປັນຈິງ, ສ້າງຮູບແບບໃຫມ່ຂອງການຮ່ວມມືດ້ານເສດຖະກິດ ແລະ ການຄ້າກະສິກຳກອງທຶນກະສິກຳລະຫວ່າງປະເທດຈີນ-ອາຊຽນ.