ຈີນ​ເປີດ​ບໍ​ລິ​ການ 5G ທາງ​ທຸ​ລະ​ກິດຢ່າງ​ເປັນ​ທາງ​ການ

2019-11-01 17:35:10 |ມາຈາກ: CRI

ວັນ​ທີ 31 ຕຸ​ລາ​ຜ່ານ​ມາ, ໃນ​ງານ​ວາງ​ສະ​ແດງການ​ສື່​ສານ ແລະ ຂໍ້​ມູນ​ຂ່າວ​ສານສາ​ກົນ​ຈີນ​ປີ2019, ທ່​ານ​ເສີນ​ຈ້າວ​ຊົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ​ຈີນ​ຮ່ວມ​ກັບ​ຜູ້​​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ China mobile, ບໍ​ລິ​ສັດ China telecom, ບໍ​ລິ​ສັດChina Unicom ແລະ​ບໍ​ລິ​ສັດChina-towerໄດ້​ຮ່ວມ​ກັນ​ເປີດ​ບໍ​ລິ​ການ 5G ທາງ​ທຸ​ລະ​ກິດຢ່າງ​ເປັນ​ກ​ທາງ​ການ.

ທ່ານ​ເສີນ​ຈ້າວ​ຊົງ​ກ່າວ​ວ່າ, ປະ​ຈຸ​ບັນ, ເສດ​ຖະ​ກິດ​ຈີນ​ພວມ​ຫັນ​ຈາກ​ການເຕີບ​ໂຕ​ດ້ວຍ​ຄວາມ​ໄວ​ສູງ​​ສູ່​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ສະ​ນັ້ນ​ຈຶ່ງຕ້ອງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຂະ​ແໜງ​ການ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ​ໃຫ້​ປົກ​ຄຸມ​ເນື້ອ​ທີ່​ຢ່າງກວ້າງ​ຂວາງ, ແລະ​ເຊື່ອມ​ໂຍງ​ໄດ້​ດີ ແລະ ມີ​ບົດ​ບາດ​ຊຸກ​ຍູ້ຫຼາຍ, ເພີ່ມ​ທະ​ວີ​ບົດ​ບາດຂັບ​ເຄື່ອນ​ຂອງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ເພີ່ມ​ພະ​ລັງ​ຊຸກ​ດັນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ທ່ານ​ກ່າວ​ຕື່ມ​ວ່າ, ຈີນ​ພວມ​ເລັ່ງ​ລັດ​ການ​ນຳ​ໃຊ້​ 5G ເຂົ້າໃນທາງ​ທຸ​ລະ​ກິດ, ຄາດ​ວ່າ​ຮອດ​ທ້າຍ​ປີ​ນີ້, ຈະ​ເປີດ​ສະ​ຖານ​ນີ5Gໃນ​ທົ່ວ​ປະ​ເທດຫຼາຍກວ່າ 1ແສ​ນ3ໝື່ນ​ສະ​ຖາ​ນີ.

ທ່ານ​ຍັງ​ກ່າວ​ຕື່ມ​ວ່າ, ຈະ​ຊຸກ​ຍູ້​ການ​ນຳ​ໃຊ້5Gໃນ​ຂົງ​ເຂດ​ການ​ສຶກ​ສາ, ການ​ປິ່ນ​ປົວ​, ການ​ບໍ​ລິ​ການ​ຂອງ​ລັດ ແລະ ການ​ສ້າງ​ຕົວ​ເມືອງ​​ອັດ​ສະ​ລິ​ຍະ ແລະ​ອື່ນໆ, ປັບ​ປຸງ​ຮູບ​​ແບບ​ການສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ໃຫ້​ດີ​ຂຶ້ນ.