ທ່ານ​ນາ​ຍົກຫຼີ​ເຄີ້​ສຽງ​ພິມ​ບົດ​ຄວາມລົງ​ສື່​ສຳ​ຄັນ​ຂອງ​ອຸ​ສ​ເບ​ກີ​ສະ​ຖານ

2019-11-01 17:37:28 |ມາຈາກ: CRI

ວັນ​ທີ 31 ຕຸ​ລາ​ຜ່ານ​ມາ, ໃນ​ເວ​ລາ​ກ່ອນ​ການ​ໄປ​ຢ້ຽມ​ຢາມ​ອຸ​ສ​ເບ​ກີ​ສະ​ຖານຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່ພາດ​ຫົວ​ຂໍ້ວ່າ “​​ສົ່ງ​ເສີມ​ການເປີດກວ້າງ ແລະຮ່ວມ​ມື ພັດ​ທະ​ນານຳ​ກັນ”ຢູ່​ໜັງ​ສື​ພິມ​ສຽງ​ປະ​ຊາ​ຊົນ ແລະ​ເວັບ​ໄຊ​ຂ່າວ​ສານ​ໂລກ​ຂອງ​ອຸ​ສ​ເບ​ກີ​ສະ​ຖານ.

ໃນ​ບົດ​ຄວາມ​ລະ​ບຸ​ວ່າ, ຈີນ​ຍິນ​ດີ​ເປັນ​ຄູ່​ຮ່ວມ​ການເປີດກວ້າງ​ແລະ​ການ​ຮ່ວມ​ມື​ກັບ​ອຸ​ສ​ເບ​ກີ​ສະ​ຖານ. ພວກ​ເຮົາ​ຈະຮ່ວມ​ກັນ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ, ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ເຊິ່ງ​ກັນ​ແລະ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ​ສ້າງ ແລະ ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາຮ່ວມ​ກັນ. ​ພວກ​ເຮົາ​ຍິນ​ດີ​ຊຸກ​ຍູ້​ຂໍ້​ລິ​ເລີມ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຕໍ່ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ອຸ​ສ​ເບ​ກີ​ສະ​ຖານໃຫ້​ດີກວ່າ​ເກົ່າ, ສ້າງ​ສະ​ພາບ​ການ​ໃໝ່​ດ້ານ​ການ​ຮ່ວມ​ມື​ທີ່​ມີ​ໂຄງ​ປະ​ກອບ​ດີ​ຂຶ້ນ ແລະ ມີ​ເນື້ອ​ໃນ​ອັນ​ອຸ​ດົມ​ສົມ​ບູນ. ປະ​ດິດ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື​ອັນ​ໃໝ່ໃນ​ການ​ເພີ່ມ​ເຂດ​ຄວາມ​ສາ​ມາດ​ການ​ຜະ​ລິດ, ຊຸກ​ຍູ້​ໂຄງ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ຢ່າງ​ແທ້​ຈິງ, ເຮັດ​ໃຫ້​ທ່າ​ແຮງ​ດ້ານ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ຫັນ​ເປັນ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ຕົວ​ຈິງ. ຈີນ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ທີ່​ມີ​ຄວາມ​ເຂັ້ມ​ແຂງ ແລະ ​ມີຄວາມ​ໜ້າ​ເຊື່ອ​ຖື​ເປີດກວ້າງ​ການ​ຮ່ວມ​ມື ແລະ ການ​ລົງ​ທຶນ​ຢູ່​ອຸ​ສ​ເບ​ກີ​ສະ​ຖານ​ຕາມຫຼັກ​ການ​ຕະຫຼາດ ແລະ ຫຼັກ​ກາ​ນ​ການ​ຄ້າ, ທັງ​ຍິນ​ດີ​ທີ່​ເຫັນ​ວ່າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​​ສູງ​ຂອງ​ອຸ​ສ​ເບ​ກີ​ສະ​ຖານ​ເຂົ້າ​ສູ່​ຕະຫຼາດ​ຂອງ​ຈີນ. ພ້ອມ​ກັນ​ນັ້ນ, ການ​ໄປ​ມາ​ຫາ​ສູ່​ກັນ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ກໍ​ເພີ່ມ​ຂຶ້ນ, ກໍ​ຈະ​ເຮັດ​ໃຫ້​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-​ອຸ​ສ​ເບ​ກີ​ສະ​ຖານມີ​ສີ​ສັນ​ໃໝ່​​ຂຶ້ນ​ຕື່ມ.

ໃນ​ບົດ​ຄວາມ​ຍັງ​ລະ​ບຸ​ວ່າ, ມີ​ແຕ່​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ເສັ້ນ​ທາງ​ແຫ່ງ​ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ຈຶ່ງ​ຈະ​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ. ​ບາດ​ກ້າວ​ເດີນແຫ່ງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ ຈະ​ບໍ່​ຢຸດ​ນິ້ງ, ແລະ​ຈະ​ເປີດປະ​ຕູ​ສູ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ. ພວກ​ເຮົາ​ຍິນ​ດີ​ຮ່ວມມື​ກັບ​ອຸ​ສ​ເບ​ກີ​ສະ​ຖານ ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ກໍ​ຄື​ບັນ​ດາ​ປະ​ເທດ​ໃນ​ໂລກ, ສືບ​ຕໍ່​ເປັນ​ຄູ່​ຮ່​ວມ​ໃນ​ພາ​ລະ​ກິ​ດ​ເປີດ​ປະ​ຕູ​ສູ່​ພາຍນອກ, ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ເປັນ​ຢ່າງ​ດີກວ່າ​ເກົ່າ.