“ສະ​ຖານ​ທີ່​ວາງ​ສະ​ແດງ” ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້ານຳ​ເຂົ້າ​​ສາ​ກົນ​ຈີນ​ຄັ້ງ​ທີ່​ສອງເຕັມ​ໝົດ​ແລ້ວ, ຕະ​ຫຼາດ​ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນກວ່າ​ທີ່​ຄິດ

2019-11-04 17:42:22 |ມາຈາກ: CRI

​ວັນ​ທີ 4 ພະ​ຈິກ​ນີ້ CRI ໄດ້​ອອກ​ບົດ​ວິ​ເຄາະ​ທີ່​ພາດ​ຫົວ​ຂໍ້​ວ່າ “ສະ​ຖານ​ທີ່​ວາງ​ສະ​ແດງ” ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ ສາ​ກົນ​ຈີນ​ຄັ້ງ​ທີ່​ສອງ​ເຕັມ​ໝົດ​ແລ້ວ, ຕະ​ຫຼາດ​ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນກວ່າ​ທີ່​ຄິດ.

ບົດ​ວິ​ເຄາະ​ລະ​ບຸ​ວ່າ, ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ ສ​ປ ຈີນ​ໃນ​ວັນ​ທີ 5 ພະ​ຈິກ​ນີ້. ຍ້ອນ​ວ່າ​ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ສະ​ນັ້ນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້​ກໍ​ໄດ້​ຄວາມ​ສົນ​ໃຈ​ແລະ​ຄວາມ​ຄາດ​ຫວັງ, ຈຳ​ນວນ​ປະ​ເທດ, ວິ​ສາ​ຫະ​ກິດ​ແລະ​ສິນ​ຄ້າ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ລ້ວນ​ແຕ່​ຫຼາຍກວ່າ​ງານ​ວາງ​ສະ​ແດງ​ເທື່ອ​ແລ້ວ​ນີ້, ເຖິງວ່າ​ສະ​ຖານ​ທີ່​ແລະ​ເນື້ອ​ທີ່​ວາງ​ສະ​ແດງ​ລ້ວນ​ແຕ່​ໄດ້​ຂະ​ຫຍາຍ​ໃຫ້​ກວ້າງ​ອອກ​ຕື່ມ​ແລ້ວ, ແຕ່​ກໍ​ເຕັມ​ໝົດ, ເລື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລກ​ປະ​ສົບ​ແຮງ​ກົດ​ດັນ​ດ້ານ​ການ​ພັດ​ທະ​ນາໃນ​ປັດ​ຈຸ​ບັນ, ​ຄວາມ​ຫວັງ​ຂອງປະ​ເທດ​ຕ່າງໆ​ໃນ​ໂລກ​ຕໍ່​ການ​ເຂົ້າ​ເຖິງ​ຕະ​ຫຼາດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນກວ່າ​ເກົ່າ​ເພື່ອ​ຈະ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ. ໂດຍ​ສະ​ເພາະ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ລັດ​ທິ​ຝ່າຍ​ດຽວ​ຟື້ນ​ຕົວ​ຄືນ​ໃໝ່, ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​​ໃນຊ້າ​ລົງ, ຕະ​ຫຼາດ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ​ແມ່ນ​ໂອ​ກາດ​ທີ່​ດີ​​ທີ່​ໃຜໆ​ກໍ​ບໍ່​ຢາກ​ພາດ​ໂອ​ກາດ​ຢ່າງ​ເດັດ​ຂາດ. ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ກໍ​ຄື, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ກາຍ​ເປັນ​ປະ​ຕູ​ທີ່​ພາຍນອກ​ສາ​ມາດ​ສັງ​ເກດ​ເຫັນ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າ​ເກົ່າ, ມີ​ຄຸນ​ນະ​ພາບ​ດີກວ່າ​ເກົ່າ​ແລະ​ມີ​ການ​ເຄື່ອນ​ໄຫວ​ອຸ​ດົ​ມ​ສົມ​ບູນກວ່າ​ເກົ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ຊຸກ​ຍູ້ການ​ພັດ​ທະ​ນາ​ການ​ຄ້າ​ເສ​ລີ​ອີກ​ຄັ້ງ​ໜຶ່ງ​ຕໍ່​ທົ່ວ​ໂລກ.