ວົງ​ການຕ່າງໆ​ໃນ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​ສູງ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ໃນ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2

2019-11-06 17:51:33 |ມາຈາກ: CRI

ງານ​ວາງ​ສະ​ແດງ​​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຈັດ​ຂຶ້ນ​ທີ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ​ໃນ​ວັນ​ທີ 5 ພະ​ຈິກນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ດັ່ງ​ກ່າວ, ເຊິ່ງ​ໄດ້​ສະ​ເໜີ​ໃຫ້​ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ມີ​ການ​ຮ່ວມ​ມື​ກັນ​ແບບ​ການ​ເປີດ​ປະ​ຕູ, ການ​ປະ​ດິດ​ສ້າງ​ໃໝ່​ແບບ​ເປີດ​ປະ​ຕູ, ແລະ​ການ​ຊົມ​ໃຊ້​ຮ່ວມ​ກັນ​ແບບ​ເປີດ​ປະ​ຕູ, ໄດ້​ປະ​ກາດ​ມາດ​ຕະ​ການ​ຂອງ​ຈີນ​ໃນ 5 ດ້ານ​ເພື່ອ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​​ໃຫ້ມີ​ລະ​ດັບ​ສູງກວ່າ​ເກົ່າ. ບຸກ​ຄົນ​ໃນ​ວົງ​ການ​ການ​ເມືອງ ການ​ຄ້າ​ ແລະ​ນັກ​ວິ​ຊາ​ການ​ຂອງ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄຳ​ປາ​ໄສຂອງ​ທ່ານ​ສີ​ຈີ້ນ​ຜິງ, ແລະ​​ໄດ້ສະ​ແດງ​ຄວາມ​ປາ​ຖະ​ໜາ​ວ່າ​ຍິນ​ດີ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​​ຄ້າ​ແລະການ​ລົງ​ທຶນ​ຍິ່ງ​ເສ​ລີກວ່າ​ເກົ່າ​ແລະ​ສະ​ດວກ​ກວ່າ​ເກົ່າ. ພວກ​ເພິ່ນ​ກ່າວ​ວ່າ: ຫວັງ​ຜ່ານ​ຈາກ​ງານ​ວາງ​ສະ​ແດງ​ການນຳ​ເຂົ້າ​ສາ​ກົນ​ຂອງ​ຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ, ເພິ່ງ​ພາອາ​​​ໄສ​ພະ​ລັງ​ແຮງ​ຂອງ​ຈີນ ຮ່ວມ​ກັນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.

ທ່ານ​ເອມ​ມາ​ນູ​ແອນ ມາ​ຄ​ຣົງ, ປະ​ທານ​າ​ທິ​ບໍ​ດີ​​ຝຣັງ​ທີ່​​ໄດ້ຮັບ​ເຊີນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ກ່າວ​ວ່າ: ຈີນ​ໄດ້​​ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ​​ຕັ້ງແຕ່​ເລີ່ມ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ກວ່າ​ປີ​ມານີ້, ອາດ​ເວົ້າ​ໄດ້​ວ່າ​ເປັນ​ເລື່ອງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ແລະ​ກາຍ​ເປັນ​​ບາດ​ລ້ຽວທີ່​ສຳ​ຄັນໃນ​ລະ​ບຽບ​​ການສາ​ກົນ​ຍຸກ​ປັດ​ຈຸ​ບັນ. ຜົນ​ສຳ​ເລັດ​ຂອງ​ຈີນ​ແມ່ນ​ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ເອງ, ​ແລະ​ທັງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ. ​ຜົນ​ສຳ​ເລັດ​ຂອງ​ຈີນ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ, ຈີນ​ຕ້ອງ​ການ​ເປີດ​ປະ​ຕູ​ສູ່​ໂລກ, ໂລກກໍ່​ຄວນ​ເປີດ​ປະ​ຕູ​ສູ່​ຈີນ.

ທ່ານ​ບານ​ດາ ອິບ​ຣາ​ຮິມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​​ຊັບ​ພະ​ຍາ​ກອນພະ​ລັງ​ງານ​ຊາ​ອຸ​ດິດ​ອາ​ຣາ​ບີ​ ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ(CMG) ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​​ປະ​ກາດ​ມາດ​ຕະ​ການ​ຂອງ​ຈີນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ, ທົ່ວ​ໂລກ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍນີ້.

ທ່ານ​​ແອນ​ດູ​ຣ ໂຮນ​ເນັ​ສ, ນາ​ຍົກ​ລັດ​ຖະ​ມົນ​ຕີຢາ​ມາຍ​ກາ​ເຫັນ​ວ່າ, ການ​ຈັດ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ແມ່ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ຈີນ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເປັນ​ຮູບ​ປະ​ທຳ, ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ນຳ​ພາ​ທີ່​ດີ​ເດັ່ນ​ແລະ​ການ​ເບິ່ງ​ກວ້າງມອງ​ໄກ​ຂອງ​ທ່ານ​ສີ​ຈີ້ນ​ຜິງ, ສະ​ແດງ​ວ່າ​ຈີນ​ຍິນ​ດີ​​ແບ່ງ​ປັນ​ໝາກ​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ຂອງ​ຕົນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.