ກອງ​ປະ​ຊຸມ​ຍ່ອຍ​ຂອງເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຫົງ​ສຽວ​ຄັ້ງ​ທີ 2 ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ 70 ປີ​ກັບ​ປະ​ຊາ​ຄົມ​​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ” ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ຈີນ

2019-11-06 18:01:08 |ມາຈາກ: CRI

ກອງ​ປະ​ຊຸມ​ຍ່ອຍ​ຂອງເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຫົງ​ສຽວ​ຄັ້ງ​ທີ 2 ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ 70 ປີ​ກັບ​ປະ​ຊາ​ຄົມ​​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ” ໄດ້ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​​ຂອງຈີນ​ໃນ​ວັນ​ທີ 5 ພະ​ຈິກນີ້. ທ່ານ​ຮວງ​ຄຸນ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​​ພັກ​ກອມ​ມູ​ນິດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​, ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ຊົມ​ໃຊ້​ບົດ​ຮຽນ​ການ​ພັດ​ທະ​ນາ​ແລະ​ການ​ປົກ​ຄອງ​ຮ່ວມ​ກັນ, ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ແລະ​ມີ​ຄວາມ​ຜາ​ສຸກຮ່ວມ​ກັນ”.

ທ່ານ​ຮ​ວງ​ຄຸນ​ມິງ​ກ່າວ​ວ່າ, ຄຳ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ງ​ຜິງ​ທີ່​ກ່າວ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​​ການນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 3 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ, ໄດ້​ປະ​ກາດ​ມາດ​ຕະ​ການ​ໃໝ່​ຂອງ​ຈີນເພື່ອ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​, ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ໃນ​ການ​ສືບ​ຕໍ່​ເປີດກວ້າງ​ການ​ເປີດ​ປະ​ຕູ, ໄດ້​ສະ​ແດງ​ໃຫ້​ເຫັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຈີນ​ທີ່​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ ແລະ​ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ຮວງ​ຄຸນ​ມິງກ່າວ​ຕື່ມວ່າ, ​ນັບແຕ່​ ສ​ປ ຈີນ​ສະ​ຖາ​ປະ​ນາຂຶ້ນ​ເປັນ​ເວ​ລາ 70 ປີ​ມານີ້, ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ເດີນ​ຕາມ​ເສັ້ນ​ທາງ​ສ້າງ​ສາ​​ຄວາມທັນ​ສະ​ໄໝ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ​ທັງ​ສອດ​ຄ່ອງ​ກັບ​​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ທີ່​​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ, ​ເປັນ​ການ​ເຊື່ອມ​ໂຍງ​ເຂົ້າ​​ກັບໂລກ​ຢ່າງ​​ຫ້າວ​ຫັນ​ແລະຕັ້ງ​ໜ້າ, ໃນ​ເວ​ລາ​ບັນ​ລຸ​ການ​ພັດ​ທະ​ນາ​ຕົນ​ເອງນັ້ນ ​ຈີນກໍ່​ໄດ້​ນຳ​ເອົາ​ໂອ​ກາດຫຼາຍກວ່າ​ເກົ່າ​ແລະ​​ເພີ່ມພະ​ລັງ​ແຮງຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​​ໂລກ.