ຄ້າຂາຍ ແລະ ຜູກມິດໃນງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ

2019-11-11 16:52:19 |ມາຈາກ: 云南日报

64 ປະເທດ (ລວມທັງປະເທດຈີນ), 3 ອົງການຈັດຕັ້ງສາກົນ, 15 ປະເທດແຂກພິເສດ...ພຽງແຕ່ສະຖິຕິຂໍ້ມູນ, ກໍຮູ້ສຶກໄດ້ເຖິງຄວາມຫລາກຫລາຍ ແລະ ສີສັນທີ່ລວມກັນໃນງານວາງສະແດງແຫ່ງຊາດ - ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງທີ່ສອງ.

ຕອນທ່ຽງວັນທີ 5 ເດືອນພະຈິກ, ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນໄດ້ຈັດຂຶ້ນ ແລະ ເປີດປະຕູຕ້ອນຮັບນັກທຸລະກິດຈາກທຸກປະເທດ. ໃນເຂດວາງສະແດງຂອງປະເທດກຳປູເຈຍ, ທ່ານ ຫວາງຊົວຊຽງ ພະນັກງານຄົນກຳປູເຈຍ,ພະແນກຈັດຈຳໜ່າຍ ກຸ່ມບໍລິສັດ ຢຸລ່ຽນພັດທະນາ ຈຳກັດ, ໃນຄັ້ງນີ້ສິ່ງທີ່ບໍລິສັດພວກເຂົານຳມາແມ່ນ ໂຄງການເຂດທົດລອງການພັດທະນາການລົງທຶນກວມລວມກຳປູເຈຍ-ຈີນແລະ ໂຄງການເຂດພິເສດການທ່ອງທ່ຽວຊີຊິ່ງຫາຍກຳປູເຈຍ. ໂຄງການດັ່ງກ່າວນີ້ແມ່ນກຸ່ມກິດຈະການວິສາຫະກິດຢຸລ່ຽນ ໄດ້ຮັບການສະໜັບສະໜູນຈາກຈີນໃນການລົງທຶນຢູ່ກຳປູເຈຍ, ຍັງເປັນໂຄງການອັນສຳຄັນໃນການຮ່ວມມືການລົງທຶນ ແລະ ຄວາມສາມາດການຜະລິດ ຂອງ ຈີນ-ກຳປູເຈຍ. ຫຼັງຈາກງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ທ່ານ ຫວາງຊົວຊຽງ ຈະເຂົ້າຮ່ວມງານວາງສະແດງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປີ2019 ເຊິ່ງຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານ.

ຫົວຂໍ້ຂອງງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງນີ້ແມ່ນ “ຍຸກສະໄໝໃຫມ່ - ການແບ່ງປັນອະນາຄົດຮ່ວມກັນ”, “ການແບ່ງປັນຮ່ວມກັນ” ແມ່ນຄຳເວົ້າໜຶ່ງທີ່ຜູ້ມາວາງສະແດງໃນງານວາງສະແດງແຫ່ງຊາດເວົ້າຫຼາຍທີ່ສຸດ, "ຢາກເຮັດທຸລະກິດກັບຈີນ" "ຢາກແບ່ງປັນຜະລິດຕະພັນທີ່ດີກັບໝູ່ເພື່ອນແຂວງຢຸນນານ", ແລະດ້ວຍຈຸດປະສົງຂອງການຮ່ວມມື, ພວກເຂົາເຫັນຕະຫຼາດໃຫຍ່ຂອງຈີນ ແລະ ມີຄວາມພໍໃຈຕໍ່ຕະຫລາດນີ້, ພວກເຂົາຍັງຈະສືບຕໍ່ໃນ “ເລື່ອງຂອງງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ” ແລະ “ເລື່ອງຢຸນນານ”, ເພື່ອແບ່ງປັນໄຊຊະນະຮ່ວມກັນໃນການຮ່ວມມືກັບຕະຫຼາດປະເທດຈີນ