ການຝຶກອົບຮົມລັດຖະກອນ ແລະ ນັກຂ່າວແຫ່ງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ່ສີ່ຈະເປີດຫ້ອງຮຽນແລ້ວ

2019-11-12 16:30:52 |ມາຈາກ: Yunnan Gateway

ວັນທີ 14 ເດືອນພະຈິກ, ການຝຶກອົບຮົມລັດຖະກອນ ແລະ ນັກຂ່າວແຫ່ງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ່ສີ່ຈະເປີດຫ້ອງຮຽນຂຶ້ນອີກຄັ້ງ. ການຝຶກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍໂຄງການແຫ່ງຊາດ, ໂດຍມີກຸ່ມກິດຈະການໜັງສືມພິມລາຍວັນຢຸນນານເປັນເຈົ້າການຈັດຕັ້ງຂຶ້ນ, ຫົວຂໍ້ຂອງກິດຈະກຳຄັ້ງນີ້ແມ່ນ “ຮັບຮູ້ ແລະ ເຂົ້າໃຈ ສປ ຈີນ”, ເຊິ່ງມີລັດຖະກອນ ແລະ ນັກຂ່າວຈຳນວນ 16 ຄົນທີ່ມາຈາກ 4 ປະເທດຄື: ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມເຂົ້າຮ່ວມ.

ກິດຈະກຳດັ່ງກ່າວເປັນການເຕົ້າໂຮມບັນດາສື່ມວນຊົນທີ່ສຳຄັນໃນບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ເພື່ອສົນທະນາກ່ຽວກັບມິດຕະພາບ, ເພີ່ມຄວາມເຂົ້າໃຈ ແລະ ສົນທະນາກ່ຽວກັບການຮ່ວມມື. ພ້ອມດຽວກັນນັ້ນ, ກຸ່ມກິດຈະການໜັງສືພິມລາຍວັນຢຸນນານຈະຖືເອົາການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ສື່ມວນຊົນທີ່ສຳຄັນໃນບັນດາປະເທດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຮັບຮູ້ເຂົ້າໃຈກ່ຽວກັບປະເທດຈີນ ແລະ ຮັບຮູ້ເຂົ້າໃຈແຂວງຢຸນນານຕື່ມອີກ.

ກິດຈະກຳຄັ້ງນີ້, ຜູ້ເຂົ້າຮ່ວມຝຶກອົບຮົມຈາກແຕ່ລະປະເທດຈະເຂົ້າຮ່ວມກິດຈະກຳອັນຫລາກຫລາຍເຊັ່ນ: ເຂົ້າຮ່ວມ“ 70ປີແຫ່ງການຮຸ່ງເຮືອງຢ່າງສະຫງ່າງາມ--ແຂວງຢຸນນານວາງສະແດງຜົນສຳເລັດເພື່ອສະເຫລີມສະຫຼອງການສະຖາປະນາ ສປ ຈີນຄົບຮອບ 70 ປີ” ເພື່ອ ຮັບຮູ້ການປ່ຽນແປງຂອງແຂວງຢຸນນານ ໃນການສະຖາປະນາ ສປ ຈີນຄົບຮອບ 70 ປີ.

ໄປຕະຫຼາດດອກໄມ້ໂຕວນານ, ຮັບຮູ້ເຂົ້າໃຈຕໍ່ສະພາບການພັດທະນາຂອງຂະແໜງດອກໄມ້ຢຸນນານ, ເຂົ້າຮ່ວມພິທີເປີດການແຂ່ງຂັນການແລກປ່ຽນມວຍວູຊູມູນເຊື້ອສື່ມວນຊົນຄັ້ງທຳອິດ “ໜຶ່ງແລວໜຶ່ງເສັ້ນທາງ ຢຸນນານເຈັດສີສັນ”, ເຂົ້າຮ່ວມງານແລກປ່ຽນສິນຄ້າການທ່ອງທ່ຽວສາກົນປະເທດຈີນປີ 2019.

ຂີ່ລົດໄຟຄວາມໄວສູງໄປສູ່ເມືອງເຫີຄົວ, ເຫມິງຈື ແລະ ມີລື້, ແລະ ຢ້ຽມຢາມດ່ານເຫີຄົວ, ເຂດແຈ້ງພາສີກວມລວມຮົງເຫີ, ເຂດທິວທັດດົງຟຶງຢິງ, ເພື່ອຮັບຮູ້ເຖິງຄວາມມີຊີວິດຊີວາແຫ່ງການເປີດກວ້າງ ແລະ ການພັດທະນາຂອງແຂວງຢຸນນານ , ເຂົ້າໃຈເຖິງຊີວິດການເປັນຢູ່ທີ່ດີຂອງຄົນຢຸນນານ.

ນອກຈາກນັ້ນ, ຍັງຈະເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງເມືອງຄູ່ແຝດຈີນ-ມຽນມາ, ເພື່ອດຳເນີນການຮຽນຮູ້ດ້ານສື່ມວນຊົນແບບໃໝ່, ພ້ອມທັງສະໜອງຄວາມຄິດເຫັນກ່ຽວກັບການຮ່ວມມືດ້ານສື່ມວນຊົນໃຫ້ເລິກເຊິ່ງກວ່າເກົ່າ, ສົ່ງເສີມການເຊື່ອມຕໍ່ຈິດໃຈປະຊາຊົນ, ແລະ ສະແດງບົດບາດໃນການເປັນຂົວຂອງສື່ມວນຊົນ.

ກຸ່ມກິດຈະການໜັງສຶພິມລາຍວັນຢຸນນານຍັງຈະເຊີນຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມີຊື່ສຽງມາຮ່ວມບັນຍາຍກ່ຽວກັບຫົວຂໍ້ “ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງກັບແຂວງຢຸນນານ” , ແນະນຳ ສະພາບການຂອງແຂວງຢຸນນານ ແລະ ປະເທດຈີນ, ເຊື່ອວ່າຜ່ານການແລກປ່ຽນ, ຈະສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຕື່ມອີກກ້າວຫນຶ່ງ.