ປະ​ຊາ​ຄົມ​ໂລກ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ຢ່າງ​ສູງ​ຕໍ່​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ກ່ຽວ​ກັບ​ສະ​ຖາ​ນະ​ການ​​ຢູ່ຮົງ​ກົງ

2019-11-18 17:46:50 |ມາຈາກ: CRI

ວັນ​ທີ 14 ພະ​ຈິກ​ນີ້ ຢູ່​ນະ​ຄອນ​ຫຼວ​ງບ​ຣາ​ຊີ​ເລຍຂອງບ​ຣາ​ຊິນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ຢືນ​ຢັນຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ຮົງ​ກົງ​ໃນ​ປັດ​ຈຸ​ບັນໃນ​ເວ​ລາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 11. ວົງ​ການ​ຕ່າງໆ​ຂອງ​ຕ່າງ​ປະ​ເທດໄດ້​ເອົາ​ໃຈ​ໃສ່ຕິດ​ຕາມ​ຢ່າງ​ສູງ​ຕໍ່​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ,​ໂດຍຕ່າງ​ໄດ້​ກ່າວ​ວ່າ​ຕ້ອງ​ລະ​ມັດ​ລະ​ວັງ​ຕໍ່​ການ​ກະ​ທຳ​ຜິດ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ຮົງ​ກົງ​ເພື່ອ​ບໍ່​ໃຫ້​ເຜ່​ຂະ​ຫ​ຍາຍ​ເປັນ​ລັດ​ທິ​ກໍ່​ການ​ຮ້າຍ,ການ​ຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ເຫດ​ການຄວາມ​ຮຸນ​ແຮງ​ເປັນ​ໜ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ຂອງ​ຮົງ​ກົງ​ໃນ​ປັດ​ຈຸ​ບັນ.

ທ່ານ ອັນ​ເດ​ຣ ໂອ​ສ​ໂຕ​ຣ​ຟ​ສະ​ກີ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຕາ​ເວັນ​ອອກ​ໄກ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຣັດ​ເຊຍ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​​ເປັນ​ການ​ສົ່ງ​ສັນ​ຍານ​ຕໍ່​ພາຍນອກ,ສະ​ແດງ​ໃຫ້​ເຫັນຄວາມ​ຕັດ​ສິນ​ໃຈ​​ຢ່າງ​ເດັດ​ຂາດຂອງ​ລັດ​ຖະ​ບານ​ຈີນ​ທີ່​ບໍ່​ມີ​ວັນ​ປ່ຽນ​ແປງ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​,ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ແລະ​ມີຄວາມ​ຕັດ​ສິນ​ໃຈຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ຕ້ານ​ການ​ແຊກ​ແຊງວຽກ​ງານ​ຮົງ​ກົງ​ຈາກ​ອິດ​ທິ​ກຳ​ລັງ​ພາຍນອກ. ເຊິ່ງ​ເປັນ​ການ​​ກ່າວ​ເຕືອນ​ຢ່າງ​ຈະ​ແຈ້ງ​ຕໍ່​ອິດ​ທິກຳ​ລັງ​ພາຍນອກ​​ຢ່າເຂົ້າ​ມາ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ທ່ານ ກຳ​ທຽນ​ລູ ຮອງ​ປະ​ທານ​ສະ​ມາ​ຄົມ​ປະ​ຊາ​ສຳ​ພັນມາ​ເລ​ເຊຍ-ຈີນ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ຮົງ​ກົງ​ຕ້ອງ​ຕໍ່​ຕ້ານ​ແລະ​ປ້ອງ​ກັນ​ເພື່ອ​ບໍ່​ໃຫ້​ເກີດ​​ເຫດ​ການຄວາມ​ຮຸນ​ແຮງ​ແລະ​ຟື້ນ​ຟູ​​ເປັນຄວາມ​ລະ​ບຽບ​ຮຽ​ບ​ຮ້ອຍ​ຂອງ​ຮົງ​ກົງ​ໂດຍ​ໄວ.

ທ່ານ ປາຍ ສີ​ພັນ ໂຄ​ສົກ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ກ່າວ​ວ່າ: ການ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ຮຸນ​ແຮງ​ໄດ້​ສົ່ງ​ຜົນກະ​ທົບ​ທີ່​ຮ້າຍ​ແຮງ​ຕໍ່​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ຮົງ​ກົງ,ໄດ້​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຕາມ​ປົກ​ກະ​ຕິ​ຂອງ​ປະ​ຊ​າ​ຊົນ​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ. ການ​ຕ້ານ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ຄວາມ​ຮຸນ​ແຮງ​ແລະ​ຟື້ນ​ຟູ​ຄວາມ​​ເປັນລະ​ບຽບ​ຮຽບ​ຮ້ອຍ​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ.