ຈີນ​ຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ທະ​ນາ​ຄານ​ໂລກ ເພື່ອ​ຮ່ວມ​ກັ​ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ທົ່ວ​ໂລກ

2019-11-21 17:26:03 |ມາຈາກ: CRI

ວັນ​ທີ 20 ພະ​ຈິກ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເດ​ວິດ ມານ​ປາ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ທະ​ນາ​ຄານ​ໂລກ​ເປັນ​ອົງ​ການ​ພັດ​ທະ​ນາຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ຂອງ​ໂລກ, ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ທະ​ນາ​ຄານ​ໂລກ, ຍິ​ນ​ດີ​ສືບ​ຕໍ່​​ຮ່ວມ​ມື​ໂດຍ​ຜ່ານ​ຊ່ອງ​ທາງ​ເງິນ​ທຶນ ແລະ ຄວາມ​ຮູ້, ລົງ​ເລິກ​ການ​ຮ່ວມ​ມື​ກັບ​ທະ​ນາ​ຄານ​ໂລກ​ໃນ​ຂົງ​ເຂດ​ສຳ​ຄັນ​ຕ່າງໆ ເຊັ່ນ: ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ຊີ​ວະ​ນາໆ​ພັນ ແລະ​ການ​ພັດ​ທະ​ນາ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ຕົ້ນ. ຂະ​ນະ​ດຽວ​ກັນ, ຈີນ​ຈະ​ປະ​ຕິ​ບັດ​ຕາມ​ພັນ​ທະ​ແລະ​ໜ້າ​ທີ່​ສາ​ກົນ​ຂອງ​ຕົນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ພວມ​ພັດ​ທະ​ນາ​, ຮ່ວມ​ກັນ​ຊຸກ​ຍູ້​ພາ​ລະ​ກິດ​ພັດ​ທະ​ນາ​ໂລກ. ຈີນ​ຍິ​ນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ຝ່າຍ, ປົກ​ປັກ​ຮັກ​ສາ​​ລະ​ບົບ​ການ​ຄ້າ​ເສ​ລີ​ທີ່​ຖື​ກະ​ຕິ​ກາ​ເປັນ​ພື້ນ​ຖານ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ເພີ່ມ​ພະ​ລັງ​ຊຸກ​ດັນ​ໃໝ່ ເພື່ອ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ ແລະ ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ຝ່າຍ.

ທ່ານ​ເດ​ວິດ ມານ​ປາ​ສ​ກ່າວ​ວ່າ, ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ ແລະ ຕ້ອງ​ການ​ໃຫ້​ບັນ​ດາ​ຝ່າຍ​ຮ່ວມ​ມື​ກັນ. ​ການ​ພັດ​ທະ​ນາເສດ​ຖະ​ກິດ​ຈີນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ ແລະ ຈີນ​ກໍປະ​ສົບ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ. ລັດ​ຖະ​ບານ​ຈີນ​ພວມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ​ການ​ພັດ​ທະ​ນາ​ເຕີບ​ໂຕ, ຮັບ​ມື​ກັບບັນ​ຫາ​ປະ​ຊາ​ກອນ​ອາ​ຍຸ​ສູງ​, ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ ແລະ ​ຂົງ​ເຂດ​ອື່ນໆ, ທະ​ນາ​ຄານ​ໂລກ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົ​ງ​ເຂດຕ່າງໆ.