ກອງປະຊຸມປຶກສາຫາລືການລົງທຶນຈີນ-ລາວຈະເປີດສະພາບການໃໝ່ແຫ່ງການຮ່ວມມືທີ່ມີໄຊຮ່ວມກັນ

2019-11-22 16:39:20 |ມາຈາກ: 云南网

ກອງປະຊຸມປຶກສາຫາລືການລົງທຶນຈີນ-ລາວໄດ້ເປີດຂຶ້ນ ໃນລະຫວ່າງກອງປະຊຸມປຶກສາຫາລືຕ່ຽນສືການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ງານວາງສະແດງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປີ 2019, ຜູ້ແທນຈາກພາກສ່ວນລັດຖະບານ ແລະ ທຸລະກິດຂອງສອງປະເທດ 200 ກວ່າຄົນ ໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງເຄື່ອນໄຫວການແລກປ່ຽນ ແລະ ແນະນຳ,

ມູນຄ່າທັງຫມົດຂອງການລົງນາມໃນງານຂອງວິສາຫະກິດທີ່ມີຈຸດປະສົງຮ່ວມມືເກີນກວ່າ 1,3 ຕື້ຢວນ. ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ເປັນການເພີ່ມທະວີການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງລັດຖະບານກັບພາກສ່ວນທຸລະກິດຂອງສອງຊາດລາວຈີນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການພັດທະນາການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດອີກດ້ວຍ.