ກອງປະຊຸມປຶກສາຫາລືຕ່ຽນສືການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ງານວາງສະແດງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງປີ2019 ເປີດຂຶ້ນທີ່ນະຄອນຄຸນໜິງ

2019-11-22 16:41:56 |ມາຈາກ: 新华网

ວັນທີ 21 ພະຈິກ, ກອງປະຊຸມປຶກສາຫາລືຕ່ຽນສືການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ງານວາງສະແດງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປີ2019 ໄດ້ຈັດຂຶ້ນທີ່ ສູນວາງສະແດງສາກົນນະຄອນຄຸນໜິງ, ງານວາງສະແດງຈະຈັດຂຶ້ນເປັນເວລາ 5 ມື້, ມີຫໍວາງສະແດງ 5 ຫໍ, ມີຮ້ານວາງສະແດງປະມານ 1800 ຮ້ານ. ກິດຈະກຳຄັ້ງນີ້ເປີດວາງສະແດງໂດຍປິ່ນອ້ອມຫຼາຍຫົວຂໍ້ເຊັ່ນ: ການຄ້າການລົງທຶນ, ການຮັບສະໝັກບຸກຄະລາກອນຂ້າມແດນ, ການທ່ອງທ່ຽວວັດທະນະທຳ, ສິນຄ້າລັກສະນະພິເສດຂອງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ອື່ນໆ.

ອິງຕາມຂໍ້ມູນ, ຫົວຂໍ້ຂອງກອງປະຊຸມປຶກສາຫາລືຄັ້ງນີ້ແມ່ນ “ການກໍ່ສ້າງເຂດທົດລອງການຄ້າເສລີ ແລະ ການຮ່ວມມືເສດຖະກິດຂ້າມແດນ”, ເຊິ່ງຈະມີການເຄື່ອນໄຫວກິດຈະກຳຫຼາຍລາຍການເຊັ່ນ: ການປຶກສາຫາລື, ກອງປະຊຸມໂຕະມົນ, ກອງປະຊຸມປືກສາຫາລືການລົງທຶນ ແລະ ອື່ນໆ, ໃນນັ້ນ, ກອງປະຊຸມປຶກສາຫາລືການລົງທຶນຈີນ ແລະ ລາວ, ກອງປະຊຸມປຶກສາຫາລືການລົງທຶນຈີນ ແລະ ກຳປູເຈຍທີ່ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ, ຜູ້ແທນສະມາຄົມການຄ້າ, ທຸລະກິດ, ພາກສ່ວນລັດຖະບານທີ່ມາຈາກຈີນ, ລາວ, ກຳປູເຈຍໄດ້ດຳເນີນການເຄື່ອນໄຫວການແລກປ່ຽນ ແລະ ແນະນຳເພື່ອເພີ່ມທະວີການຮ່ວມມືການຄ້າການລົງທຶນ.