ທ່ານ​ສີ​ຈິ້ນ​ຜິງ​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັ​ບ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່ IMF

2019-11-22 16:45:47 |ມາຈາກ: CRI

ວັນ​ທີ 22 ພະ​ຈິກ​ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັ​ບ​ຂອງທ່ານ​ນາງ​ຄ​ຣີ​ສ​ຕາ​ລີ​ນາ ຈອດ​ເຈຍວາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປັດ​ຈຸ​ບັນ​ໄດ້​ຊ້າ​ລົງ ແລະ ມີ​ຄວາມ​ສ່ຽງວ່າ​ຈະຫຼຸດ​ລົງ​ຕື່ມ​ເພີ່ມ​ຂຶ້ນ. ລັດ​ທິ​ປົກ​ປ້ອງ​ໄດ້​ຟື້ນ​ຕົວ​ຄືນ, ລັດ​ທິຫຼາຍ​ຝ່າຍ ແລະ ການ​ຄ້າ​ເສ​ລີ​ພວມ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ. ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ປາ​ຖະ​ໜາຫຼາຍກວ່າ​ເກົ່າ​ຕໍ່​ບົດ​ບາດ​ຂອງ IMF. ຫວັງ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ, IMFຈະ​ສາ​ມາດ​ປັບ​ປຸງ​ລະ​ບົບ​ເງິນ​ຕາ​ສາ​ກົນ ແລະ ລະ​ບົບ​ບໍ​ລິ​ຫານ​ຂອງ​ຕົນ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ, ເພີ່ມ​ລັກ​ສະ​ນະ​​ເປັນ​ຕົວ​ແທນ ແລະ ສິດ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ເທດ​ຕະຫຼາດ​ຈະ​ເລີນ​ໃໝ່ ແລະ ປະ​ເທດ​ພວມ​ພັດ​ທະ​ນາ​ໃຫ້​ສູງ​ຂຶ້ນ.

ທ່າ​ນ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ຈີນ​ຕັ້ງ​ໜ້າ​ສົ່ງ​ເສີມ​ທັດ​ສະ​ນະ​ການ​ບໍ​ລິ​ຫານ​ທົ່ວ​ໂລກ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ, ປົກ​ປັກ​ຮັກ​ສາ​ຂອບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ຖື​ອົງ​ການ​ການ​ຄ້າ​ໂລກ​ເປັນ​​ແກນ​ກາງ.

ທ່ານ​ນາງ​ຄ​ຣີ​ສ​ຕາ​ລີ​ນາ ຈອ​ດ​ເຈຍ​ວາກ່າວ​ວ່າ, IMF ເອົາ​ໃຈ​ໃສ່​ຢ່າງ​ສູງ ແລະ ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ. ປັດ​ຈຸ​ບັນ, ມີ​ບາງ​ປະ​ເທດ​ໄດ້​​ສ້າງ​ຄວາ​ມຂັດ​ແຍ້ງ​ທາງ​ການ​ຄ້າ, ເສດ​ຖະ​ກິດ​ໂລກ​ຈິ່ງ​ຕົກ​ຢູ່​ໃນ​ໄລ​ຍະ​ຫຍຸ້ງ​ຍາກ, IMF ຍຶດ​ໝັ້ນ​​ການສະ​ໜັບ​ສະ​ໜູນ ແລະ ປົກ​ປັກ​ຮັກ​ສາ​ການ​ຄ້າ​ເສ​ລີ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ພະ​ຍາ​ຍາມ​ບັນ​ລຸ​ການ​ພົວ​ພັນ​ທາງ​ການ​ຄ້າ​ໂດຍ​ສັນ​ຕິ, ຍິ​ນ​ດີ​ດຳ​ເນີນ​ການ​ປະ​ຕິ​ຮູບ IMF ​ໃຫ້​ທັນ​ກັບ​ຍຸກ​ສະ​ໄໝ, ຍົກ​ໂ​ກ​ຕາ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ໃຫ້​ສູງ​ຂຶ້ນ. ຍິນ​ດີ​ສືບ​ຕໍ່​ຮ່ວມ​​ກັນກັບ​ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວ​ນ​ມະ​ນຸດ, ​ເພີ່ມ​ທະ​ວີການ​ຮ່ວມມື​ກັນ​ໃນ​ການ​ຮ່ວມ​ກັນ​​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ຊ່ວຍ​ປະ​ເທດ​ພວມ​ພັດ​ທະ​ນາໃຫ້​ສາ​ມາດ​ພັດ​ທະ​ນາ​ໄດ້​ດີກວ່າ​ເກົ່າ.