ກອງປະຊຸມຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບພາກເໜືອ ສປປ ລາວ ແລະ ກອງປະຊຸມເວທີປາໄສຄັງປັນຍາລະດັບສູງ ຈັດຂຶ້ນຢູ່ແຂວງຢຸນນານ

2019-11-26 14:27:31 |ມາຈາກ: yunnangateway

ນັກຂ່າວ ໄດ້ຮັບຂໍ້ມູນຂ່າວສານ ຈາກກອງປະຊຸມກະກຽມກອງປະຊຸມຄັ້ງທີ 10 ຂອງຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບພາກເໜືອ ສປປ ລາວ ແລະ ກອງປະຊຸມເວທີປາໄສຄັງປັນຍາລະດັບສູງ ທີ່ໄດ້ຈັດຂຶ້ນຢູ່ແຂວງຢຸນນານ ໃນວັນທີ 25 ພະຈິກ ນີ້ວ່າ, ວັນທີ 26-28 ພະຈິກ, ກອງປະຊຸມຄັ້ງທີ 10 ຂອງຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບພາກເໜືອ ສປປ ລາວ ແລະ ກອງປະຊຸມເວທີປາໄສຄັງປັນຍາລະດັບສູງ ຈະຈັດຫຼາຍກິດຈະກຳຂຶ້ນຢູ່ໃນແຂວງຢຸນນານ.

ປີນີ້ ແມ່ນຄັ້ງທຳອິດ ທີ່ຢູ່ໃນລະຫວ່າງການຈັດກອງປະຊຸມຄັ້ງທີ 10 ຂອງຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບພາກເໜືອ ສປປ ລາວ, ກໍຈະຈັດກອງປະຊຸມເວທີປາໄສຄັງປັນຍາລະດັບສູງຂຶ້ນ, ເຊິ່ງຜູ້ຊ່ຽວຊານຄັງປັນຍາ ທັງສອງປະເທດ ຈະປະກອບສ່ວນສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມກັນຂອງຜູ້ນຳສອງປະເທດ ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ ແລະການຕິດຕໍ່ປະສານງານກັນ.

ໃນລະຫວ່າງກິດຈະກຳຄັ້ງນີ້, ສອງຝ່າຍຈີນ ແລະລາວ ຈະຈັດກອງປະຊຸມເຈລະຈາຫາລືກຸ່ມວິຊາການ, ກອງປະຊຸມແນະນຳ ແລະການລົງທຶນວິສາຫະກິດ, ກອງປະຊຸມໃຫຍ່ຄົບຄະນະ ແລະອື່ນໆ. ຄະນະຜູ້ແທນສ່ວນໜຶ່ງຂອງຝ່າຍລາວທີ່ເຂົ້າຮ່ວມກອງປະຊຸມ ຈະດຳເນີນການຢ້ຽມຢາມທັດສະນະສຶກສາ ຢູ່ວິທະຍາໄລເຕັກນິກວິຊາຊີບການລົດໄຟຄຸນໝິງ ແລະເມືອງຕ້າຫຼີ.