ຈີນ​ຈະເພີ່ມ​ພະ​ລັງແຮງໃຫ້​ແກ່​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ທົ່ວ​ໂລກ​ຢ່າງບໍ່​ຢຸດ​ຢັ້ງ

2019-11-27 17:56:07 |ມາຈາກ: CRI

ວັນ​ທີ 27 ພະ​ຈິກ​ນີ້, ຈີນ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ປະ​ຈຳ​ປີ 2019 ​ກ່ຽວ​ກັບ​ນະ​ໂຍ​ບາຍ​ແລະ​​ແຜນ​ປະ​ຕິ​ບັດ​ງານຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”. ທ່ານ​ຈ້າວ​ຢິ່ງ​ມິນ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ, ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ, ຈີນ​​ໄດ້ສືບ​ຕໍ່​ຊຸກ​ຍູ້​ວຽກ​ງານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​​ໃຫ້ກ້າວ​ໄປ​ສູ່​ລວງ​ເລິກ ເຊິ່ງ​ໄດ້​ໃຊ້​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕ່າງໆ ເພື່ອ​ຄວບ​ຄຸມ​ການ​ລະ​ບາຍອາຍ​ພິດ​ເຮືອນ​ແກ້ວ ໂດຍ​ໄດ້​ເຮັດ​ໃຫ້​ການ​ລະ​ບາຍ​ກາກ​ບອນ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ. ຈີນ​ຈະ​ສືບ​ຕໍ່​ຄວບ​ຄຸມ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກວ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​​ໄລ​ຍະ​ຕໍ່​ໄປ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ທີ່​ລະ​ບາຍ​ກາກບອນ​​ຕ່ຳ.

ທ່ານ​ຈ້າວ​ຢິ່ງ​ມິນ​ກ່າວ​ເນັ້ນ​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພວມ​​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ, ຈີນເດັດ​ດ່ຽວ​ຢຶດ​ໝັ້ນ​ລັດ​ທິດຫຼາຍ​ຝ່າຍ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈະເລີ່ມ​ຈາກ​ສະ​ພາບ​ຕົວ​ຈິງ​ແຫ່ງ​ຊາດ, ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍ​າ​ຂອງ​ຕົນ​ 100%, ຊຸກ​ຍູ້​ຂະ​ບວນ​ການ​ຫຼາຍ​ຝ່າຍ​ເພື່ອ​ຮັບ​ມື​ກັບດິນ​ຟ້າ​ອາ​ກາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຢ່າງບໍ່​ຢຸດ​ຢັ້ງ, ຮັກ​ສາ​ຂອບ​ລະ​ບຽບ​ການ​ລັດ​ທິດຫຼາຍ​ຝ່າຍ, ພະ​ຍາ​ຍາມ​ຢ່າງ​ເຕັ້ມ​ຄວາມ​ສາ​ມາດ​ສະ​ໜັບ​ສະ​ໜູນ​ໃຫ້​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ນີ້​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ຕັ້ງ​ໜ້າ.