ກອງປະຊຸມປະສານງານຂອງກຸ່ມປະຊຸມຍ່ອຍຂອງຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບພາກເໜືອ ສປປ ລາວ ດຳເນີນການຂຶ້ນຢູ່ຄຸນໝິງ

2019-11-28 16:39:54 |ມາຈາກ: yunnangateway

ວັນທີ 26 ພະຈິກ, ກອງປະຊຸມປະສານງານຂອງກຸ່ມປະຊຸມຍ່ອຍຂອງ ຄະນະປະສານງານຮ່ວມມືແຂວງຢຸນນານ ສປ ຈີນ ກັບ ພາກເໜືອ ສປປ ລາວ ຄັ້ງທີ 10 ແລະ ກອງປະຊຸມເວທີປຶກສາຫາລືຄັງປັນຍາລະດັບສູງໄດ້ຈັດຂຶ້ນຢູ່ຄຸນໝິງ. 

ກອງປະຊຸມນີ້ໄດ້ກໍ່ຕັ້ງ 6 ກຸ່ມວິຊາການຄື: ການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ ແລະ ການສື່ສານ,  ການກໍ່ສ້າງເຂດການຮ່ວມມືເສດຖະກິດ ແລະ ການຄ້າ-ການເງິນ, ການຮ່ວມມືດ້ານກຳລັງການຜະລິດ ແລະ ການລົງທຶນດ້ານພະລັງງານ, ການບຸກເບີກແຫລ່ງທ່ອງທ່ຽວ-ວິທະຍາສາດ-ການສຶກສາ-ວັດທະນະທຳ ແລະ ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ການປູກພືດທົດແທນ, ການຄຸ້ມຄອງຊາຍແດນ ແລະ ການແລກປ່ຽນເພື່ອຫລຸດຜ່ອນຄວາມທຸກຍາກ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະຊົນລະປະທານເປັນຕົ້ນ. ຜູ້ຕາງໜ້າຈາກຈີນ-ລາວດຳເນີນການປຶກສາຫາລື ແລະ ແລກປ່ຽນກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ສືບຕໍ່ຊຸກຍູ້ການກໍ່ສ້າງທາງລົດໄຟຈີນ-ລາວ, ການເຊື່ອມຕໍ່ສາຍໄຟຟ້າຈີນແລະລາວ, ການຮ່ວມມືດ້ານການສຶກສາລະຫວ່າງແຂວງຢຸນນານ ແລະ ລາວ, ເລັ່ງລັດການກໍ່ສ້າງເຂດການຮ່ວມມືດ້ານເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ, ການຝຶກອົບຮົມເພື່ອຍົກລະດັບຄວາມສາມາດໃຫ້ແກ່ພະນັກງານການທ່ອງທ່ຽວ, ບັນລຸຄວາມເຫັນດີເຫັນພ້ອມກັນຢ່າງກວ້າງຂວາງ ແລະ ລົງລາຍເຊັນ "ບົດບັນທຶກການພົບປະ“ ຂອງກຸ່ມ.