ທ່ານ​​ສີ​ຈິ້ນ​ຜິງ ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ​ປ​ປ ລາວ ຄົບ​ຮອບ 44 ປີ ມາ​ຍັງ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ

2019-12-03 17:13:15 |ມາຈາກ: CRI

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 44 ປີ, ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ແຫ່ງ ສ​ປ ຈີນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ມາ​ຍັງ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ. ເຊິ່ງ​ໂທ​ລະ​ເລກອວຍ​ພອນ​ມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

ເຖິງ

ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ທີ່​ນັບ​ຖື:

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 44 ປີ, ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ຈີນ ປະ​ຊາ​ຊົນ​ຈີນ ແລະ ​ໃນນາມ​ສ່ວນ​ຕົວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ຍັງສະ​ຫາຍ ແລະ ​ຂໍ​ຜ່ານ​ສະ​ຫາຍມາ​ຍັງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ລັດ​ຖະ​ບານ​ລາວ ແລະ​ປະ​ຊາ​ຊົນ​ລາວອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າ.

ໃນ​ຖາ​ນະເປັນ​ສະ​ຫາຍ ແລະ ​ເພື່ອນ​ມິດ​ກັນ ຂ້າ​ພ​ະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທີ່​ມີ​ເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ ວໍ​ລະ​ຈິດ ເປັນ​ແກ່ນ​ສານ​, ປະ​ຊາ​ຊົນ​ລາວ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ວາງ​ອອກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃໝ່ ແລະ​ຍິ່ງ​ໃຫຍ່​ໃນ​ພາ​ລະ​ກິດ​ກໍ່​ສ້າງ​ປະ​ເທດ​ຊາດ.

ປີນີ້ເປັນ​ປີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​-ລາວຄົບ​ຮອບ 10 ປີ, ຂ້າ​ພະ​ເຈົ້າ ກັບ ສະ​ຫາຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວ ເຊິ່ງ​ເປັນ​ການ​ເປີດ​ຍຸກ​ສະ​ໄໝ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ​-ລາວ, ຍິນ​ດີ​ທີ່​ຮ່ວມ​ພະ​ຍາ​ຍາມ​ນຳ​ສະ​ຫາຍ ເພີ່​ມ​ຄວາມ​ເຊື່ອ​ໝັ້ນ​ດ້ານ​ຍຸດ​ທະ​ສາດເຊິ່ງ​ກັນ​ແລະ​ກັນ​ຢ່າງ​ຕໍ່​ເນື່ອງ ສົ່ງ​ເສີມ​ການ​ຮ່ວມ​ມື​ຢ່າງ​ເປັນ​ຮູບ​ປະ​ທຳ ເສີມ​ຂະ​ຫຍາຍ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ວັດ​ທະ​ນະ​ທຳ ປະ​ສານ​ສົມ​ທົບ​ໃນ​ຫຼາຍ​ຝ່າຍ​ຢ່າງ​ໃກ້​ຊິດ ເພີ່ມ​ເນື້ອ​ຫາ​ສາ​ລະ​ໃຫ້​ແກ່​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​-ລາວຢ່າງ​ບໍ່​ຢຸດ​ຢັ້ງ.

ຂໍ​ອວຍ​ພອນ​ໃຫ້ ສ​ປ​ປ ລາວ ຈົ່ງ​ມີ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ ປະ​ຊາ​ຊົນ​ລາວ​ຈົ່ງ​ມີ​ຄວາມ​ຜາ​ສຸກ.

ຂໍ​ວອຍ​ພອນ​ໃຫ້​ການ​ສ້າງ​ຄູ່​ຮ່ວ​ມ​ຊາ​ຕາ​ກຳ​ຈີນ​-ລາວພັດ​ທະ​ນາ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ສີ ຈິ້ນ​ຜິງ

ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ປະ​ທານ​ປະ​ເທດ ແຫ່ງ ສ​ປ ຈີນ

ວັນ​ທີ 2 ທັນ​ວາ 2019 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ