ສະ​ມາ​ຄົມ​ມຸ​ສ​ລິມ​ຊີ່ນ​ຈ່ຽງ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຮັບ​ຮອງ “ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ອຸຍ​ເກີ​ 2019”

2019-12-05 17:41:33 |ມາຈາກ: CRI

ສະ​ມາ​ຄົມ​ມຸ​ສ​ລິມ​ຊີ່ນ​ຈ່ຽງ​​ໄດ້ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຮັບ​ຮອງ “ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ອຸຍ​ເກີ​ 2019”, ເພື່ອ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ຣິ​ກາທີ່​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ບິດ​​ເບືອນ​ນະ​ໂຍ​ບາຍ​ຂອງ​ຈີນ​ທີ່​ປະ​ຕິ​ບັດ​ຢູ່​ເຂດ​ຊີ່ນ​ຈ່ຽງ ແລະ​​ມີເຈດ​ຕະ​ນາ​ໃຊ້​ບັນ​ຫາ​ຊີ່​ນ​ຈ່ຽງ​ມາ​ກ່າວ​ໂຈມ​ຕີ​ປະ​ເທດ​ຈີນ.

ຖະ​ແຫຼງ​ການ​ຊີ້​ໃຫ້​ເຫັນ​ວ່າ, “ຮ່າງ​ກົດ​ໝາຍ”ໄດ້​ເບິ່ງ​ຂ້າມ​ຄວາມ​ເປັນຈິງ​ທີ່, ບິດ​ເບືອນ, ໃສ່​ຮ້າຍ​ປາຍ​ສີ ແລະ ​ຕຳ​ໜິ​ຢ່າງ​ໄຮ້​ເຫດ​ຜົນ​ຕໍ່​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ມຸ​ສ​ລິມ​ເຂດ​ຊີ່ນ​ຈ່ຽງ, ເຊິ່ງ​ຈະ​​ພາ​ໃຫ້​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ຂອງ​ເຂດ​ຊີ່ນ​ຈ່ຽງ​ຄ​ຽດ​ແຄ້ນ​ຢ່າງ​​ແຮງ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ປັດ​ຈຸ​ບັນ, ເຂດ​ຊີ່ນ​ຈ່ຽງ​ມີ​ສຸ​ເຫຼົ່າ 2 ໝື່ນກວ່າ​ຫລັງ, ມີ​ຜູ້​ປະ​ຕິ​ບັດ​ງານທາງ​ສາ​ສະ​ໜາ​ອິດ​ສະ​ລາມ 29 ພັນ​ຄົນ. ມີ​ສະ​ຖາ​ບັນ​ອິ​ສ​​ລາມ 10 ແຫ່ງ, ​ອິ​ສ​​ລາມ​ໄດ້​​ຮັບ​ການ​ສືບ​ທອດ​ແລະ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ມາ​ຮອດ​ປັດ​ຈຸ​ບັນ, ເຂດ​ຊີ່ນ​ຈ່ຽງ​ໄດ້​ມີ​ຊາວ​ມຸ​ສ​ລິມ 5 ໝື່ນກວ່າ​ຄົນ​ໄປ​ນະ​ມັດ​ສະ​ການ​ຢູ່​​ປະ​ເທດ​ຊາ​ອຸ​ດິດ​ອາ​ຣາ​ເບຍ. ເລື່ອງ​ຈິງ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ, ຄວາມ​​ມີເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ​ຢູ່​ເຂດ​ຊີ່ນ​ຈ່ຽງ, ສິດ​ເສ​ລີ​​ພາບໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ຂອງ​ຊາວ​ມຸ​ສ​ລິມ​ໄດ້​ຖືກ​ຮັບ​ປະ​ກັນ​ຕາມ​ກົດ​ໝາຍ. ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ແນວ​ຄິດ​ຫົວ​ຮຸນ​ແຮງ​ໄດ້​​ເຊື່ອມ​ຊຶມ​ແລະ​ແຜ່​ລາມ​ຢູ່​ເຂດ​ຊີ່ນ​ຈ່ຽງ, ການ​ກະ​ທຳ​ຮຸນ​ແຮງ​ແລະ​ກໍ່​ການ​ຮ້າຍ​ໄດ້​ມີ​ຂຶ້ນ​ເລື້ອຍ​ໆ, ໄດ້​ຢຽບ​​ຢ່ຳ​ສິດ​ທິ​ມະ​ນຸດ​​ຂັ້ນພື້ນ​ຖານ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ເຂດ​ຊີ່ນ​ຈ່ຽງ​​ ເຊັ່ນ: ສິດ​ດຳ​ລົງ​ຊີ​ວິດ, ສິດ​ຢູ່​ລອດ, ສິດ​ພັດ​ທະ​ນາ​ແລະ​ອື່ນໆຢ່າງ​ຮ້າຍ​ກາດ. ​​ຕໍ່​ໜ້າ​ສຽງ​ຮຽກ​ຮ້ອງ​ຢ່າງ​ແຮງ​ກ້າ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ເຂດ​ຊີ່ນ​ຈ່ຽງທີ່​ໃຫ້​​ລົງ​ໂທດ​ຕໍ່​ການ​ກະ​ທຳ​ທີ່​ສ້າງ​ຄວາມ​ຮຸນ​ແຮງ​ແລະ​​ການກໍ່​ການ​ຮ້າຍ​, ເຂດ​ຊີ່ນ​ເຈ່ຽງ​ໄດ້​ປາບ​ປາມ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດ​ໝາຍ, ແລະ​ໄດ້​ເອົາ​ໃຈ​ໃສ່​ປົວ​ແປງ​ຈາກ​ແຫຼ່ງ​ກຳ​ເນີດ, ໄດ້​ສ້າງ​ຕັ້ງ​ສູນ​ຝຶກ​ອົບ​ຮົມວິ​ຊາ​ຊີບ​ຕາມ​ກົດ​ໝາຍ, ຕັ້ງ​ໜ້າ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ແລະ​ສຶກ​ສາ​ອົບ​ຮົມ, ຮັບ​ປະ​ກັນ​ໃຫ້​ສິດ​ທິ​ມະ​ນຸດ​ຂັ້ນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງບໍ່​ຖືກ​ລົບ​ກວນ​ແລະທຳ​ຮ້າຍ. ​ເມື່ອ​ຫວນ​ຄືນ​ພວກ​ຫົວ​ຮຸນ​ແຮງ​ທາງສາ​ສະ​ໜາ ທີ່​ເບິ່ງ​ຂ້າມ​ກົດ​ໝາຍ, ທຳ​ລາຍ​ລະ​ບຽບ​ສັງ​ຄົມ, ບໍ່​ເອົາ​ຫົວ​ຊາ​ນຳ​ຊີ​ວິດຂອງ​ປະ​ຊາ​ຊົນ, ທຳ​ຮ້າຍມວນ​ຊົນ​ທີ່ບໍ່​ມີ​ໂທດ​ຫຍັງ, ການ​ກະ​ທຳ​ເຫຼົ່າ​ນີ້​ແມ່ນ​ການ​ຢຽບ​ຢ່ຳ​ຈິດ​ໃຈ​ທີ່​ສະ​ຫງົບ​ຂອງ​​ສາ​ສະ​ໜາອິ​ສ​ລາມ, ເປັນ​ຜົນ​ຮ້າຍ​ໃຫຍ່​ທີ່​ສຸດ​ຂອງ​ສາ​ສະ​ໜາ​ອິ​ສ​​ລາມ, ​ແລະ​ແມ່ນ​​ສິ່ງ​ທີ່ຊາວ​ມຸ​ສ​ລິມບໍ່​ຢາກ​​ພົບ​ພໍ້.

ເຂດ​ຊີ່ນ​ຈ່ຽງ​ໄດ້​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະຄວາມ​ໝັ້ນ​ຄົງ, ຊົນ​ເຜົ່າ​ຕ່າງໆ​ສາ​ມັກ​ຄີ​ກັນ, ແລະສາ​ສະ​ໜາ​ມີ​ຄວາມ​ປອງດອງ​ກັນ​ 3 ປີ​ລຽນ​ຕິດ​ແລ້ວ, ​ສິ່ງ​ເຫຼົ່າ​ນີ້ກໍ່​ແມ່ນ​ການ​ຕອບ​ໂຕ້​ຄືນ​ຢ່າງ​ແຂງ​ແຮງທີ່​ສຸດ​ຕໍ່​ຖ້ອຍ​ຄວາມ​ບິດ​ເບືອນ​ຂອງ​ອາ​ເມ​ຣິ​ກາ. ສະ​ມາ​ຄົມ​ອິ​ສ​ລາມ​ເຂດ​ຊີ່ນ​ຈ່ຽງ​​ ຕາງ​ໜ້າຊາວ​ມຸ​ສ​ລິມ​ຊົນ​ເຜົ່າ​ຕ່າງໆ​ໃນ​ທົ່ວ​ເຂດ​ຊີ່ນ​ຈ່ຽງ​ແຈ້ງ​ໃຫ້​ອາ​ເມ​ຣິ​ກາ​ຊາບ​ວ່າ: ຢ່າ​ຊູ​ປ້າຍ​ສິດ​ທິ​ມະ​ນຸດ​ແລະ​ສາ​ສະ​ໜາ​​ຂຶ້ນມາ​ໂດຍ​ເບິ່ງ​ຂ້າມ​​ຄວາມ​ເປັນ​ຈິງ​ແລະ​ປິ້ນ​ຂາວ​ເປັນ​ດຳ, ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຂອງ​ຊາວ​ມຸ​ສ​ລິມ​ເຂດ​ຊີ່ນ​ຈ່ຽງ, ພວກ​ເຮົາ​ເທົ່າ​ນັ້ນ​ຈຶ່ງ​ມີ​ສິດ​ກ່າວ​ວິ​ຈານກວ່າ​​ຄົນ​ອື່ນ.