ມາ​ກາວ​ກັບ​ຄືນສູ່​ປະ​ເທດ​ຊາດເປັນ​ເວ​ລາ 20 ປີ​ມານີ້ ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດກວ້າງ​ຂວາງ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ​ຢ່າງບໍ່​ຢຸດຢັ້ງ

2019-12-06 17:35:56 |ມາຈາກ: CRI

ຕາມ​ຂ່າວ CRI: ປີນີ້​ແມ່ນ​ປີ​ທີ່​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຈີນ​ຄົບ​ຮອບ 20 ປີ, ແລະກໍ​ແມ່ນປີ​ທີ່​ສ້າງ​ຕັ້ງ​ສຳ​ນັກ​ງານຜູ້​ຕາງ​ໜ້າ​ພິ​ເສດກະ​ຊວງ​ການ​ຕ່າງ​ປະ​ເທດ​ປະ​ຈຳ​ມາ​ກາວ​ຄົບ​ຮອບ 20 ປີ. ໃນ 20 ປີທີ່​ຜ່ານ​ມາ, ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ພິ​ເສດດັ່ງ​ກ່າວ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ຮ່ວມ​ກັນ​ກັບ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ, ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼັກ​ການ“ປະ​ເທດ​ດຽວ​ສອງ​ລະ​ບອບ”ທີ່​ມີ​ພະ​ລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ​ຢ່າງສຳ​ເລັດ​ຜົນ​ແລະມີ​ສີ​ສັນພິ​ເສດ​ຂອງ​ມາ​ກາວ, ແລະ​ໄດ້​ບຸກ​ເບີກ​ສະ​ຖາ​ນະ​ພາບ​ໃໝ່​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດກ່ຽວ​ກັບ​ມາ​ກາວ​ຢ່າງບໍ່​ຢຸດຢັ້ງ. ວັນ​ທີ 5 ທັນ​ວານີ້, ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ພິ​ເສດ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປະ​ຈຳ​ມາ​ກາວໄດ້​ຈັດ​ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສຳ​ນັກ​ງານ​ຄົບ​ຮອບ 20 ປີ.

ທ່ານ​ຊຸ່ຍ​ຊື້​ອ່ານ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ກ່າວ​ວ່າ: ນັບ​ແຕ່​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ຕົ້ນ​ມາ, ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກທ່າ​ແຮງ​ຂອງນະ​ໂຍ​ບາຍ​“ປະ​ເທດ​ດຽວ​ສອງ​ລະ​ບອບ”ພ້ອມ​ທັງ​ການ​ເປັນ​ແບບ​ສະ​ບັບ​ແລະ​ເປັນ​ການ​ຮັບ​ປະ​ກັນ​ຕາມ“ລັດ​ຖະ​ທຳ​ມະ​ນູນ”ແລະ“ກົດ​ໝາຍ​ພື້ນ​ຖານຂອງ​ມາ​ກາວ”, ມາ​ກາວ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ຢ່າງ​ຫຼວງຫຼາຍໃນ​ຂົງ​ເຂດ​ວຽກ​ງານ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ.

ໃນ 20 ປີ​ຜ່ານ​ມານີ້, ເສ​ດ​ຖະ​ກິດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ, ປະ​ຊາ​ຊົນ​ມີ​ຄວາມ​ສຸກ​ຫຼາ​ຍ​ຂຶ້ນ​ແລະ​ລະ​ດັບການ​ຫັນ​ເປັນ​ແບບ​ສາ​ກົນ​ກໍ​ໄດ້​ສູງ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ກໍນັບ​ມື້​ນັບກວ້າງ​ຂວາງ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ​ກາຍນີ້, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ມາ​ກາວ​ໄດ້​ບັນ​ລຸເຖິງ 36 ລ້ານ​ຄົນ.

ເມື່ອ​ຈ້ອງເບິ່ງອະ​ນາ​ຄົດ, ທ່ານ​ເລີ້​ຢຸ້ຍ​ເຊິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ​ກ່າວ​ວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈະ​ຜັນ​ຂະ​ຫຍາຍແນວທາງ“ປະ​ເທດ​ດຽວ​ສອງ​ລະ​ບອບ”ຢ່າງ​ຮອບ​ດ້ານ​ແລະ​ຖືກ​ຕ້ອງ, ປົກ​ປັກ​ຮັກ​ສາ​ອິດ​ທິ​ພົນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ​ພື້ນ​ຖານ​ຂອງ​ມາ​ກາວ, ເດັດ​ດ່ຽວປ້ອງ​ກັນ​ແລະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ເຂົ້າ​ແຊກ​ແຊງວຽກ​ງານ​ຮົງ​ກົງ​ແລະ​ມາ​ກາວ​ເພື່ອ​ຫວັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ ໂຄ່ນ​ລົ້ມ ແຊກ​ຊຶມ ແລະ​ທຳ​ລາຍ, ຈະ​ຮ່ວມ​ກັນປົກ​ປ້ອງຜົນ​ປະ​ໂຫຍດ​ຂອງ​ຊາດ​ທາງ​ດ້ານ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ​ການ​ພັດ​ທະ​ນາ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ສະ​ຖຽນ​ລະ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ຍາວ​ນານຖາ​ວອນ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ພ້ອມ​ກັນ​ນັ້ນ, ຍັງ​ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ຮັບ​ໃຊ້​ການ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມຂອງ​ມາ​ກາວ.​