ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ເພີ່ມ​ທະ​ວີ​ຂອງ​ກຳ​ລັງ​ແຮງ​ຂອງ​ຈີນ​ກໍ​ຄື​ການ​ເພີ່ມ​ທະ​ວີ​ຂອງ​ກຳ​ລັງ​ແຮງ​ຂອງ​ສັນ​ຕິພາບ

2019-12-06 17:37:53 |ມາຈາກ: CRI

ວັນ​ທີ 5 ທັນ​ວາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢີງ, ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ໃນກອງ​ປະ​ຊຸມ​ຂ່າວ​​ປະ​ຈຳ​ວ່າ, ອິດ​ທິ​ພົນ​ຂອງ​ຈີນ​ເພີ່ມ​ທະ​ວີ​ຂຶ້ນ, ແຕ່​​ພວກ​ເຮົາ​ກໍ​ຍັງ​ຍຶດ​ໝັ້ນເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ການ​ເພີ່ມ​ທະ​ວີ​​ກຳ​ລັງ​ແຮງ​ຂອງ​ຈີນ​ກໍ​ຄືການ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ສັນ​ຕິພາບ​ທັງແມ່ນ​ການ​ເພີ່ມ​ທະ​ວີ​​ກຳ​ລັງ​ແຮງ​ຂອງ​ຄວາມ​ຍຸດ​ຕິ​ທຳ​ແລະເປັນ​ທຳ​.

ຂ່າວ​ແຈ້ງວ່າ, ເຖິງ​ແມ່ນ​ວ່າ​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​ໃຊ້​ແຮງ​ກົດ​ດັນ​ເພື່ອບັງ​ຄັບ​ໃຫ້​ປະ​ເທດ​ເອີ​ຣົບກຳ​ນົດ​ເອົາຈີນ​ເປັນ “ໄພ​ຂົ່ມ​ຂູ່”, ແຕ່​ວ່າ​ກອງ​ປະ​ຊຸມ​ສຸດຍອດ​ນາ​ໂຕ​ໄດ້​ອອກ​ “ຖະ​ແຫຼງ​ການ​ລອນດອນໂດຍ”ບໍ່​ໄດ້​ກຳ​ນົດເອົາ​ຈີນ​ເປັນ “ໄພ​ຂົ່ມ​ຂູ່”. ມີ​ເຈົ້າ​ໜ້າ​ທີ່​ທີ່ບໍ່​ຕ້ອງ​ການເປີດ​ເຜີຍ​ຊື່​ຂອງ​ນາ​ໂຕ​ກ່າວ​ວ່າ, ມີ​ຄົນ​ເອີ​ຣົບ​ສ່ວນ​ຫຼາຍ​ເຫັນ​ວ່າ​ການ​ກຳ​ນົດ​ເອົາ​ຈີນ​ເປັນ​ໄພ​ຂົ່ມຂູ່​ນັ້ນ​ແມ່ນບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ. ນາ​ໂຕ​ຮັບ​ຮູ້​ແລະ​ເຂົ້າ​ໃຈວ່າ​ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ​, ແຕ່​ບໍ່​ໝາຍ​ຄວາມ​ວ່າ​ຕ້ອງ​ຖື​ເອົາຈີນ​ເປັນ​ສັດ​ຕູ​ໃໝ່.