ກິດຈະກຳວັນອາສາສະໝັກສາກົນໄດ້ຈັດຂຶ້ນໃນນະຄອນຄຸນໝົງ

2019-12-09 17:35:05 |ມາຈາກ: Yunnan Gateway

ວັນທີ 5 ທັນວາ, ກິດຈະກຳວັນອາສາສະໝັກສາກົນໄດ້ຈັດຂຶ້ນໃນນະຄອນຄຸນໝິງ. ໃນມື້ນັ້ນ, ອາສາສະໝັກ 500 ຄົນ ຊຸມນຸມກັນໃນສວນສາທາລະນະນ້ຳຕົກຕາດ, ເປີດກິດຈະກຳການບໍລິການຂອງອາສາສະໝັກພາກສະຫນາມ. ຮອດປັດຈຸບັນນີ້, ຈຳນວນອາສາສະໝັກທັງໝົດທີ່ລົງທະບຽນດ້ວຍຊື່ແທ້ ຢູ່ນະຄອນຄຸນໝິງມີຫຼາຍກວ່າ 1,14 ລ້ານຄົນ, ອົງການທີ່ໃຫ້ບໍລິການຂອງອາສາສະໝັກມີ 4613 ອົງການ, ໂຄງການບໍລິການຂອງອາສາສະໝັກທັງໝົດ 68862 ໂຄງການ, ແລະ ສະມາຄົມສົ່ງເສີມການພັດທະນາການບໍລິການຂອງອາສາສະໝັກທຸກລະດັບມີ 11 ສະມາຄົມ.