ພາກ​ສ່ວນ​ຕ່າງໆ​ຢູ່​ເຂດຊິ່ນ​ຈ່ຽງ​ກ່າວ​ວ່າ: ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​​​ທຳ​ລາຍ​ຄວາມ​ສະ​ຫງົບ​ແລະ​ຄວາມ​ສາ​ມັກ​ຄີ​ທີ່​ດີ​ງາມ​ຂອງບັນ​ດາ​ເຜົ່າ​ຢູ່​ເຂດ​ຊິ່ນ​ຈ່ຽງຢ່າງ​ເດັດ​ຂາດ

2019-12-09 18:13:43 |ມາຈາກ: CRI

ຫວ່າງ​ມໍ່ໆ​ນີ້, ບຸກ​ຄົນ​​ໃນວົງ​ການ​ຕ່າງ​ໆ​ແລະ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ຢູ່ເຂດ​ຊິ່ນ​ຈ່ຽງ​ກ່າວ​ວ່າ: ​ກົດ​ໝາຍກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ທີ່​ອາ​ເມ​ລິ​ກາ​ຜ່ານ​ການຮັບ​ຮອງ​ນັ້ນ ບໍ່​​ໄດ້ເອົາ​ຫົວ​ຊາ​ນຳ​ຄວາມ​ເປັນ​ຈິງ ປີ້ນ​​ຂາວ​ເປັນ​ດຳ, ພວກ​ເຮົາບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ຕັ້ງ​ກຸ່ມ​ແກ້ງ​ເພື່ອ​ທຳ​ລາຍ​ຄວາມ​ສະ​ຫງົບ​ແລະ​ຄວາມ​ສາ​ມັກ​ຄີ​ທີ່​ດີ​ງາມ​ຂອງ​ເຂດ​ຊິ່ນ​ຈ່ຽງຢ່າງ​ເດັດ​ຂາດ, ອະ​ນາ​ຄົດ​ຂອງ​ເຂດ​ຊິ່ນ​ຈ່ຽງ​ແນ່ນອນ​ຈະ​ດີ​ງາມກວ່າ​ເກົ່າ.

ທ່ານ​ນາງ ຫຼີ​ຈ່ວນ, ຫົວ​ໜ້າ​ກຳ​ມາ​ທິການ​ວຽກ​ງານ​ກົດ​ໝາຍ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ເຂດ​ປົກ​ຄອງ​ຕົນ​ເອງອຸຍ​ເກີ​ຊິ່ນ​ຈ່ຽງ ກ່າວ​ວ່າ, ອັນ​ທີ່​ເອີ້ນ​ວ່າ ກົດ​ໝາຍ​ວ່າ​ດ້ວຍ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​​ອຸຍ​ເກີ​ປີ 2019, ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ.

ທ່ານ​ກ່າວ​ວ້າງ​ເຊີ້ງ, ສະ​ມາ​ຊິກ​ໜ່ວຍ​ພັກ ຮອງ​ຫົວ​ໜ້າພະ​ແນກ​ເຕັກ​ນິກ​ເຂດ​ຊິ່ນ​ຈ່ຽງ​ຈີນ​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ພະ​ນັກ​ງານ​ທີ່​ມາ​ຊ່ວຍ​ວຽກ​ຢູ່​ເຂດ​ຊິ່ນ​ຈ່ຽງ, ຕົນ​ເອງ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແລະ​ການ​ປ່ຽນ​ແປງ​ຢູ່​ເຂດ​ຊິ່ນ​ຈ່ຽງ. ປັດ​ຈຸ​ບັນ, ເສດ​ຖະ​ກິດ​ເຂດ​ຊິ່ນ​ຈ່ຽງພວມ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ແລະ​ກົມ​ກຽວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສາ​ສະ​ໜາ​ຕ່າງໆ​ມີ​ຄວາມ​ປອງດອງ​ກັນ, ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ.

ທ້າວ ກາ​ເຊັນ​ມູ້​ຈ່ຽງ ເຮ​ລີ​ລີ, ​ທີ່​ຮຽນ​ຈົບ​ຈາກ​ສູນ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃນນະ​ຄອນ​ເຮີ​ທຽນ​ເຂດ​ຊິ່ນ​ຈ່ຽງ ໄດ້​​ກ່າວ​ຕອບ​ໂຕ້​ຕາມ​ປະ​ສົບ​ການ​ຂອງ​ຕົນເອງວ່າ: ໂຮງ​ຮຽນ​ບໍ່​ພຽງ​ແຕ່​ໄດ້​ກຳ​ຈັດ​ແນວ​ຄິດ​ຫົວ​ຮຸນ​ແຮງ​ທາງ​ສາ​ສະ​ໜາ​ໃຫ້​ຂ້ອຍ​ເທົ່າ​ນັ້ນ, ຍັງ​ໄດ້​ສ້າງ​ສະ​ຕິ​ດ້ານ​ກົດ​ໝາຍ​ ແລະ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ຂ້ອຍ. ຫຼັງ​ຈາກ​ຮຽນ​ຈົບ​ແລ້ວ, ຂ້ອຍ​ຍັງ​ໄດ້​ເປີດ​ບໍ​ລິ​ສັດ​ຂອງ​ຕົນ, ຖ້າ​ບໍ່​ມີ​ໂອ​ກາດ​ໄປ​ສຶກ​ສາ, ກໍ່​ບໍ່​​ຮ່ອນ​ຈະ​ມີ​ຜົນ​ສຳ​ເລັດ​​ຄືໃນ​ປັດ​ຈຸ​ບັນ​ນີ້.