ການທ່ອງທ່ຽວນິເວດຊ່ວຍຊາວບ້ານຊົນເຜົ່າດູລົງການມີລາຍຮັບເພີ່ມຂຶ້ນແລະສ້າງຄວາມຮັ່ງມີ

2019-12-10 16:34:21 |ມາຈາກ: Yunnan Gateway

ທ່ານ ເກົ່າຈ້ຽນຫຼີ້ນ ເປັນຊາວບ້ານ ບ້ານປ່າພໍ່ ຕາແສງດູລົງຈ່ຽງ ເມືອງປົກຄອງຕົນເອງຊົນເຜົ່ານູ້ຊົນເຜົ່າດູລົງກົງຊານ ແຂວງຢຸນນານ. ໃນປັດຈຸບັນ, ລາວຍັງເປັນເຈົ້າຂອງເຮືອນພັກ “ປ່າພໍ່ເຄີຈ້ານ”.

ຕາແສງດູລົງຈ່ຽງມີພູຫິມະຕິດຈອດກັນ, ພູເຂົາສູງ ແລະ ຮ່ອມພູເລິກ, ເດືອນ ພະຈິກ ປີ 2015, ພາຍຫຼັງການກໍ່ສ້າງອຸໂມງພູເກົ່າລີ້ກົງທີ່ເສັ້ນທາງຫຼວງດູລົງຈ່ຽງສຳເລັດ, ທ່ານ ເກົ່າຈ້ຽນຫຼີ້ນ ກໍໄດ້ເປີດເຮືອນພັກ.

ກ່ອນການເປີດເຮືອນພັກ, ຄອບຄົວ ເກົ່າຈ້ຽນຫຼີ້ນ ມີລາຍໄດ້ຕົ້ນຕໍຈາກການປູກສາລີ, ມັນຝຣັ່ງ ແລະ ອື່ນໆ, ຫຼັງຈາກເປີດເຮືອນພັກແລ້ວ, ຄອບຄົວຂອງລາວກໍມີລາຍໄດ້ເພີ່ມຂື້ນຫຼາຍເທົ່າ.ໃນອານາຄົດ, ທ່ານ ເກົ່າຈ້ຽນຫຼີ້ນ ວາງແຜນທີ່ຈະເພີ່ມໂຄງການສຳຜັດວັດທະນະທຳຊົນເຜົ່າດູລົງ ຢູ່ເຮືອນພັກ, ເຮັດໃຫ້ນັກທ່ອງທ່ຽວສາມາດສຳຜັດຮີດຄອງປະເພນີຂອງຊົນເຜົ່າດູລົງ ແລະ ເປີດຮ້ານຂາຍເຄື່ອງຜະລິດຕະພັນທີ່ເປັນເອກະລັກຂອງຕາແສງນີ້, ເພື່ອເປັນແນະນຳສິນຄ້າພິເສດຂອງຕາແສງດູລົງຈ່ຽງ.

ໃນປັດຈຸບັນນີ້, ຕາແສງດູລົງຈ່ຽງ, ມີຊາວບ້ານຫລາຍຄົນທີ່ພັດທະນາການທ່ອງທ່ຽວແບບດຽວກັບທ່ານ ເກົ່າຈ້ຽນຫຼີ້ນ. ໃນປີມໍ່ໆມານີ້, ຢູ່ທ້ອງຖິ່ນໄດ້ຄົ້ນຫາວິທີການທີ່ມີໄຊຊະນະຮ່ວມກັນໃນສອງດ້ານກໍຄືການປົກປັກຮັກສານິເວດ ແລະ ການຫຼຸດຜ່ອນຄວາມທຸກຍາກ. ຕາແສງດູລົງຈ່ຽງຕັ້ງຫນ້າໃນການພັດທະນາໂຄງການບ້ານການທ່ອງທ່ຽວທີ່ມີລັກສະນະພິເສດ, ສ້າງສາການທ່ອງທ່ຽວກະສິກຳນິເວດ, ສຳຜັດວັດທະນະທຳອາຫານດູລົງ, ສຳຜັດຮີດຄອງປະເພນີ ແລະ ອື່ນໆ; ພ້ອມດຽວກັນນັ້ນ, ກໍສົ່ງເສີມຢ່າງເຕັມທີ່ຕໍ່ຊັບພະຍາກອນປ່າໄມ້, ເຊິ່ງໄດ້ຜັກດັນໃຫ້ຊາວບ້ານກຸ່ມໜຶ່ງຫຼຸດພົ້ນອອກຈາກຄວາມທຸກຍາກແລະ ສ້າງຄວາມຮັ່ງມີ.