ຫົວ​ໜ້າ​​ອົງ​ການການ​ບິນ​​ອະ​ວະ​ກາດແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຫວັງ​ວ່າ ​ເຕັກ​ນິກ​ການ​ບິນອະ​ວະ​ກາດ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ເທດ​ແລະ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ

2019-12-10 17:27:48 |ມາຈາກ: CRI

ວັນ​ທີ 9 ທັນ​ວາ​ນີ້, ກອງ​ປະ​ຊຸມຄັ້ງ​ທີ 4 ແລະ ກິດ​ຈະ​ກຳ​ລະ​ນຶກວັນ​ສ້າງ​ຕັ້ງຄະ​ນະ​ກຳ​ມະ​ການຂອງ​ສູນ​ພາກ​ພື້ນ​ອາ​ຊີ​ປາ​ຊິກ​ ​ເພື່ອ​ການ​ສຶກ​ສາ​​ວິ​ທະ​ຍາ​ສາດ​ແລະ​​ເຕັກ​​ໂນ​ໂລ​ຢີ​​ອະ​ວະ​ກາດ​ ຄົບ​ຮອບ 5 ປີ ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ໃນ​ກອງ​ປະ​ຊຸມ, ທ່ານ​ຈ່າງ​ເຄີ້ຈຽນ, ຫົວ​ໜ້າ​ອົງ​ການ​ການ​ບິນ​​ອະ​ວະ​ກາດແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຫວັງ​ວ່າ ​​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ການປະ​ດິດ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມືໃໝ່​ແລະເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ​ຈະ​ເຮັດໃຫ້ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ.

​ສູນ​ພາກ​ພື້ນ​ອາ​ຊີ​ປາ​ຊິກ​ ​ເພື່ອການ​ສຶກ​ສາ​​​ວິ​ທະ​ຍາ​ສາດ​ແລະ​ເຕັກ​​ໂນ​ໂລ​ຢີ​​ອະ​ວະ​ກາດ​ທີ່​ຂຶ້​ນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດສ້າງ​ຂຶ້ນ​ໃນ​ປີ 2014, ແມ່ນ​ອົງ​ການ​ສຶກ​ສາ​​ວິ​ທະ​ຍາ​ສາດ​ແລະ​ເຕັກ​​ໂນ​ໂລ​ຢີ​​ອະ​ວະ​ກາດ​​ລະ​ຫວ່າງ​ລັດ​ຖະ​ບານ​ແຫ່ງ​ທຳ​ອິດ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ. ໃນ 5 ປີ​ທີ່​ຜ່ານ​ມາ, ສູນ​ດັ່ງ​ກ່າວ​ໄດ້​ໃຫ້​ການ​ສຶກ​ສາ​ອົບຮົມ​ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທແລະ​ປະ​ລິນ​ຍາ​ເອກ 237 ຄົນໃຫ້​ແກ່ 24 ປະ​ເທດ​ທີ່​ພວມ​ພັດ​ທະ​ນາ ແລະ​ໄດ້​​ຈັດ​ຊຸດ​ອົບ​ຮົມ​ໄລ​ຍະ​ສັ້ນ 20 ກວ່າ​ຊຸດ ​ອົບ​ຮົມ​ສຳ​ມະ​ນາ​ກອນ​ເກືອບ​ພັນ​ຄົນ​ທີ່​ມາ​ຈາກ 64 ປະ​ເທດ ໂດຍ​ຜ່ານ​ການ​ແບ່ງ​ປັນ​ຊັບ​ພະ​ຍາ​ກອນດ້ານ​ການ​ສຶກ​ສາ​​​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຢີ​ທີ່​ມີ​ທ່າ​ແຮງ.