ມູນຄ່າຂາເຂົ້າຂາອອກຂອງການຄ້າຕ່າງປະເທດແຂວງຢຸນນານ ເກີນ 200 ຕື້ຢວນເປັນຄັ້ງທຳອິດ

2019-12-16 16:26:06 |ມາຈາກ: Yunnan Gateway

ອີງຕາມຂໍ້ມູນຈາກດ່ານພາສີນະຄອນຄຸນໝິງໃນວັນທີ 13 ທັນວາ, ກ່ອນເດືອນພະຈິກໃນປີນີ້, ມູນຄ່າຂາເຂົ້າຂາອອກຂອງການຄ້າຕ່າງປະເທດແຂວງຢຸນນານບັນ​ລຸ 208,98 ຕື້ຢວນ,ເຕີບ​ໂຕຂຶ້ນ 18% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ໃນນັ້ນ, ຂາເຂົ້າບັນລຸ 93,34 ຕື້ຢວນ,ເຕີບ​ໂຕຂຶ້ນ 24,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ຂາອອກບັນລຸ 115,64 ຕື້ຢວນ, ເຕີບ​ໂຕຂຶ້ນ 13,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ເຊິ່ງນີ້ແມ່ນມູນຄ່າຂາເຂົ້າຂາອອກການຄ້າຕ່າງປະເທດຂອງແຂວງຢຸນນານທີ່ເກີນ 200 ຕື້ຢວນເປັນຄັ້ງທຳອິດ.

ເດືອນມັງກອນຫາເດືອນພະຈິກໃນປີນີ້, ຂະໜາດການສົ່ງອອກຂອງຜະລິດຕະພັນກະສີກຳຂອງແຂວງຢຸນນານມີການຂະຫຍາຍໂຕຢ່າງຕໍ່ເນື່ອງ. ການສົ່ງອອກຂອງຜະລິດຕະພັນກະສິກຳຂອງຢຸນນານບັນລຸ 29,8 ຕື້ຢວນ, ເຕີບ​ໂຕຂຶ້ນ 30,6%, ໃນນັ້ນ, ການສົ່ງອອກໝາກໄມ້ບັນລຸ 13,45 ຕື້ຢວນ,ເຕີບ​ໂຕຂຶ້ນ 84%, ການສົ່ງອອກຜັກບັນລຸ 9,13 ຕື້ຢວນ,ເຕີບ​ໂຕຂຶ້ນ 13,4%. ຜະລິດຕະພັນກະສິກຳທີ່ນຳເຂົ້າບັນລຸ 10 ຕື້ຢວນ,ເຕີບ​ໂຕຂຶ້ນ 21%. ໃນນັ້ນ,ໝາກໄມ້ນຳເຂົ້າມີ 3,77 ຕື້ຢວນ.