ຈີນ​ເລື່ອນການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈຳ​ນວນ​ໜຶ່ງ​​ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ​ໂດຍ​ຊົ່ວ​ຄາວ

2019-12-16 16:30:30 |ມາຈາກ: CRI

ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ຈີນ ແລະ ອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ແລະ​ອີງ​ໃສ່​ກົດ​ໝາຍ​ແລະ​ກົດ​ລະ​ບຽບຕ່າງໆ​ຂອງ​ຈີນ, ເຊັ່ນ: “ກົດ​ໝາຍ​ວ່າ​ດ້ວຍ​ດ່ານ​ພາ​ສີ​ສ​ປ​ຈີນ”, “ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ສ​ປ​ຈີນ”, “ລະ​ບຽບ​ການ​ເກັບ​ພາ​ສີ​ຕໍ່​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກສ​ປ​ຈີນ”, ແລະ​ອີງ​ຕາມຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ, ຄະ​ນະ​ກຳ​ມາ​ທິ​ການ​ອອກ​ລະ​ບຽບ​ການ​ຈັດ​ເກັບພາ​ສີ​​ອາ​ກອນ​ແຫ່ງ​ລັດ​ຈີນຈຶ່ງ​ຕົກ​ລົງ​ວ່າ, ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈຳ​ນວນ​ໜຶ່ງ​ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ​ທີ່​ຈະ​ເລີ່ມ​ຂຶ້ນ​ພາ​ສີ​ໃນ​ເວ​ລາ 12 ໂມງ 1 ນາ​ທີ​ຂອງວັນ​ທີ 15 ທັນ​ວາ​ນີ້, ຈະ​ເລື່ອນ​ການ​ຂຶ້ນ​ພາ​ສີ​ຕ​າມ​ອັດ​ຕາ 10% ຫຼື 5%ໄວ້​ຊົ່ວ​ຄາວ, ແລະ​ຈະ​ສືບ​ຕໍ່ເລື່ອນ​ການ​ຂຶ້ນ​ພາ​ສີ​​ຊົ່ວ​ຄາວ​ຕໍ່​ລົດ​ຍົນ ແລະ ເຄື່ອງ​ອາ​ໄຫຼ່​ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ. ນອກ​ຈາກ​ມາດ​ຕະ​ການ​ເຫຼົ່າ​ນີ້, ມາດ​ຕະ​ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຊະ​ນິດ​ອື່ນ​ຂອງ​ອາ​ເມ​ຣິ​ກາ​ຍັງຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​​ເດີມ, ວຽກ​ງານ​​ແກ້​ໄຂ​ການ​​ຂຶ້ນ​ພາ​ສີ​ຕໍ່ສິນ​ຄ້າ​ອາ​ເມ​ຣິ​ກາ​ພວມ​ດຳ​ເນີນ​ຢູ່. ຈີນ​ຫວັງ​ວ່າ, ຈະ​​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ອາ​ເມ​ຣິ​ກາ​ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ເພື່ອ​ແກ້​ໄຂ​ບັນ​ຫາ​ຕົ້ນ​ຕໍ​ຂອງ​ແຕ່​ລະ​ຝ່າຍ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ.