ພິ​ທີ​ປິດ​ປີ​ທ່ອງ​ທ່ຽວ​ລາ​ວ-ຈີນ 2019 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2019-12-18 16:31:13 |ມາຈາກ: CRI

ຕາມ​ຂ່າວ CRI: ວັນ​ທີ 16 ທັນ​ວາ​ນີ້, ພິ​ທີ​ປິດ​ປີ​ທ່ອງ​ທ່ຽວ​ລາວ-ຈີນ 2019 ທີ່​​ຮ່ວມ​ກັນຈັດ​ຂຶ້ນ​ໂດຍ​ກະ​ຊວງ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ​ແລະ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ທ່ານ​ປາຍ​ມາ​ຊື້​ລິນ ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ນາງ​​ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ແລະ​ແຂກ​ຜູ້​ມີ​ກຽດ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່​ງ​ກ່າວ.