ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບເຂົ້າຢ້ຽມຄຳນັບຂອງທ່ານຊຸຍໄຊອອນຜູ່ວ່າການເຂດບໍລິຫານພິເສດມາກາວຢູ່ມາກາວໃນຕອນບ່າຍວັນທີ 18 ທັນວານີ້.
ທ່ານສີຈີ້ນຜິງກ່າວສະແດງຄວາມຍ້ອງຍໍຊົມເຊີຍທ່ານຊຸຍໄຊອອນວ່າ, ພາຍໃຕ້ການນຳພາຂອງທ່ານ, ອົງການປົກຄອງເຂດບໍລິຫານພິເສດມາກາວໄດ້ຜັນຂະຫຍາຍແນວທາງ “ປະເທດດຽວສອງລະບອບ” ຢ່າງຖືກຕ້ອງ ແລະ ຮອບດ້ານ, ບໍ່ວ່າຈະເປັນດ້ານການຮັກສາຄວາມໝັ້ນຄົງຂອງຊາດ ກໍຄືການ ຊຸກຍູ້ການພັດທະນາເສດຖະກິດ, ການລົງເລິກການແລກປ່ຽນ ແລະ ການຮ່ວມມືກັບແຜ່ນດິນໃຫຍ່ຈີນ ແລະ ການເປີດກວ້າງການໄປມາກາສູ່ກັນກັບຕ່າງປະເທດ ກໍລ້ວນແຕ່ໄດ້ມີຜົນງານໃໝ່ຈຳນວນຫຼວງຫຼາຍ. ທ່ານສີຈີ້ນຜິງສະແດງຄວາມຫວັງວ່າທ່ານຊຸຍໄຊອອນຈະສືບຕໍ່ເອົາໃຈໃສ່ພັດທະນາປະເທດ ແລະ ມາກາວ, ຕັ້ງໜ້າສະໜັບສະໜູນຜູ່ວ່າການເຂດບໍລິຫານພິເສດຜູ້ໃໝ່ ແລະ ອົງການປົກຄອງເຂດບໍລິຫານພິເສດຊຸດໃໝ່ປົກຄອງມາກາວຕາມກົດໝາຍ, ສືບຕໍ່ປະກອບສ່ວນຫຼາຍກວ່າເກົ່າໃນການຈັດຕັ້ງປະຕິບັດຕາມແນວທາງ “ປະເທດດຽວສອງລະບອບ”.
ທ່ານຊຸຍໄຊອອນກ່າວວ່າ, ພາຍໃຕ້ການສະໜັບສະໜູນຂອງລັດຖະບານ, ຫຼາຍປີມານີ້ ອົງການປົກຄອງເຂດບໍລິຫານພິເສດ ແລະ ບຸກຄົນວົງການຕ່າງໆຂອງມາກາວໄດ້ເຄື່ອນໄຫວຕາມທິດທາງພັດທະນາທີ່ “ໜຶ່ງສູນ, ໜຶ່ງເວທີ, ໜຶ່ງຖານ”, ໄດ້ສຸມທຸກຄວາມພະຍາຍາມຢ່າງຕັ້ງໜ້າເພື່ອຊຸກຍູ້ມາກາວໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມໝັ້ນຄົງ ພ້ອມທັງພັດທະນາເສດຖະກິດທີ່ມີຄວາມຫຼາກຫຼາຍຢ່າງເໝາະສົມ. ທ່ານຈະສືບຕໍ່ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອສະໜັບສະໜູນອົງການປົກຄອງເຂດບໍລິຫານພິເສດມາກາວຊຸດໃໝ່ປົກຄອງຕາມກົດໝາຍ, ປະກອບສ່ວນເທົ່າທີ່ຄວນເພື່ອມາກາວ ແລະ ປະເທດຊາດ.