ຍອດປະລິມານການຜະລິດສະບຽງອາຫານແຂວງຢຸນນານປີ 2019 ແມ່ນ 18.700.300 ໂຕນ

2019-12-24 16:30:17 |ມາຈາກ: Yunnan Gateway

ວັນທີ 22 ທັນວາ, ກະຊວງ ກະສິກຳ ແລະ ຊົນນະບົດ ແຫ່ງປະເທດຈີນ ຖະແຫລງການວ່າ, ໃນປີ 2019, ເນື້ອທີ່ການປູກພືດສະບຽງອາຫານຂອງປະເທດຈີນມີ 1740.000.000 ກວ່າມູ້ ( 116.000.000 ກວ່າເຮັກຕາ), ມີຍອດປະລິມານການຜະລິດທີ່ສູງທີ່ສຸດໃນປະຫວັດສາດ, ສູງເຖິງ 663.840.000 ໂຕນ, ລາຍໄດ້ສະເລ່ຍຂອງຊາວນາແມ່ນປະມານ 15.000 ຢວນ, ເພີ່ມຂຶ້ນ 6.5%.

ໃນນັ້ນ, ອີງຕາມຂໍ້ມູນການແຈ້ງການຂອງຄະນະກວດກາແຂວງຢຸນນານຂອງກົມໃຫຍ່ສະຖິຕິແຫ່ງປະເທດຈີນ ສະແດງໃຫ້ເຫັນວ່າ, ຍອດປະລິມານການຜະລິດສະບຽງອາຫານຂອງແຂວງຢຸນນານໃນປີນີ້ແມ່ນ 18.700.300 ໂຕນ, ເພີ່ມຂຶ້ນ 94.900 ໂຕນ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​, ຂະຫຍາຍໂຕ 0.51%.