ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫຼີ

2019-12-24 16:38:41 |ມາຈາກ: CRI

ວັນ​ທີ 23 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ມຸນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຢູ່​ຫໍ​ສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ ​ແລະ ສ.ເກົາຫຼີ​ແມ່ນ​ປະ​ເທດ​ສຳ​ຄັນ​ທີ່​ມີ​ອິດ​ທິ​ພົນ​ຢູ່​ອາ​ຊີ​ກໍ​ຄື​ຢູ່​ໃນ​ທົ່ວໂລກ. ໃນ​ສະພາບ​ການ​ປັດ​ຈຸ​ບັນ, ສອງ​ຝ່າຍ​ຄວນ​ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ​ແລະ​ບັນ​ຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ແຕ່​ລະ​ຝ່າຍ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​​ຕື່ມ​ອີກ. ສອງ​ຝ່າຍ​ສາ​ມາດ​ຊຸກ​ຍູ້​ໃຫ້​ຂໍ້​ລິ​ເລີ່ມການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​​ຕໍ່​ກັບ​ແຜນ​​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ ສ.ເກົາຫຼີ, ເລັ່ງ​ລັດ​ການ​ເຈ​ລະ​ຈາ​ໄລ​ຍະ​ທີສອງ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ, ດຳ​ເນີນ​ການ​ແລ​ກ​ປ່ຽນ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ກິ​ລາ, ຊາວ​ໜຸ່ມ​ແລະ​ຂົງ​ເຂດ​ອື່ນໆ​ໃຫ້​ດີ. ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍແລະ​ຄວາມ​ໝັ້ນ​ຄົງ, ຮ່ວມ​ກັນ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມປອງດອງ​ກັນ​ຂອງ​ສັງ​ຄົມ, ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ພາຍ​ໃນ​ຂອບຫຼາຍ​ຝ່າຍ​ ເປັນ​ຕົ້ນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເພື່ອ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ ແລະ​ຄວາມ​ເປັນ​ທຳ​ຂອງ​ສາ​ກົນ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ສອງ​ປະ​ເທດ.

ທ່ານ​ມຸນ​​ແຈ​ອິນ​ກ່າວ​ວ່າ: ສ.ເກົາຫຼີ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຕື່ມ​ອີກ ເຊັ່ນ ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ, ກິ​ລາ​ແລະ​ອື່ນໆ, ໂດຍ​ສະ​ເພາະ​ຈະ​ຊຸກ​ຍູ້​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດໃຫ້​​ຂໍ້ລິ​ເລີ່ມ “ໜຶ່ງ​ແລ້ວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້ເຊື່ອມ​ຕໍ່ເຂົ້າ​ກັບ​​ແຜນ​​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ ສ.ເກົາຫຼີ. ນອກ​ນີ້, ສ​.ເກົາຫຼີ​ເຫັນ​ວ່າ, ບໍ່​ວ່າ​ວຽກ​ງານ​ຮົງ​ກົງຫຼື​ບັນ​ຫາ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ, ລ້ວນ​ແຕ່​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ໃນ​ການ​ພົບ​ປະ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ອີກ​ດ້ວຍ.