ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ປີ 2019 ມີ​ຄວາມ​ໝັ້ນ​ທ່ຽງ

2019-12-25 17:05:52 |ມາຈາກ: CRI

ວັນ​ທີ 24 ທັນ​ວາ​ນີ້, ທ່ານ​ລູ້​ເຫຼີຍ ຮອງຫົວ​ໜ້າ​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືນະ​ໂຍ​ບາຍ​ສຳ​ຄັນ​ແຫ່ງ​ຊາດ​ປະ​ຈຳ​ປີ 2019 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງວ່າ: ປີ 2019, ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ໃນ​ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ພື້ນ​ຖານ,ເວົ້າ​ລວມ​ແລ້ວ​ມີ​ຄວາມ​ໝັ້ນ​ທ່ຽງ​ໃນ​ 4 ດ້ານ​ຄື ເງິນຢວນ​ຈີນ​ມີ​ຄວາມ​ໝັ້ນ​ທ່ຽງ​ເມື່ອ​ທຽບ​ກັບ​ເງິນ​ຕາ​ທົ່ວ​ໂລກ, ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ພື້ນ​ຖານ, ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ເງິນ​ຕາ​ຕ່າງ​ປະ​ເທດ​ມີ​ຄວາມ​ດຸນ​ດ່ຽງ​ໂດຍ​ລວມ, ປະ​ລິ​ມານ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ຄັງ​ສຳ​ຮອງ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ. ນັບ​ມາ​ຮອດ​ທ້າຍ​ເດືອນ​ພະ​ຈິກ​ປີ 2019,ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​​ເຖິງ3095,6 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ 22,9 ຕື້​ໂດ​ລາ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2018.

ທ່ານ​ລູ້​ເຫຼີຍ​ກ່າວ​ເນັ້ນ​ວ່າ: ເມື່ອ​ຜະ​ເຊີນ​ໜ້າ​ກັບ​ຜົນ​ກະ​ທົບ​ຈາກ​ພາຍນອກ​ແລ້ວ​ບໍ່​ໃຊ້​ມາດ​ຕະ​ການ​ຮັບ​ມື​​ຈັກ​ຢ່າງ​ແມ່ນ​ເປັນ​ໄປບໍ່​ໄດ້, ​ແຕ່​ຄວນ​ດຳ​ເນີນ​ການ​ບໍ່​ໃຫ້ຮຸນ​ແຮງ​ເກີນ​ໄປ, ຄວນ​ຄຸ້ມ​ຄອງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ຢູ່​ໃນ​ລະ​ດັບ​ອັນ​ເໝາະ​ສົມ, ຄວນ​ສັ່ງ​ຊາ​ຜົນ​ໄດ້​ຜົນ​ເສຍ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ, ເມື່ອ​ເຮັດ​ແນວ​ນີ້​ຈິ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ດຸນ​ດ່ຽງ​ໄດ້.