ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ກັບ​ທ່ານ​ຊິນ​ໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ

2019-12-25 17:07:02 |ມາຈາກ: CRI

ວັນ​ທີ 23 ທັນວາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຊິນ​ໂຊະ ອາ​ເບະ ນາ​ຍົກ​ລັດຖະ​ມົນຕີ​ຍີ​ປຸ່ນຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ປັດຈຸບັນ​ນີ້, ​ໂລກ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ໄລຍະ​ຮ້ອຍ​ປີຜ່ານມາ, ສອງ​ຝ່າຍຄວນ​ຍຶດໝັ້ນ​ຄົ້ນຄວ້າ ​ແລະ​ວາງ​ແຜນ​ພັດທະນາ ​ແລະ​ສ້າງສາ​ຍພົວພັນ​ສອງ​ປະ​ເທດດ້ວຍ​ວິ​ໄສ​ທັດ​ລະດັບ​​ໂລກ, ຍຶ​ດໝັ້ນການ​​ເພີ່ມ​ທະວີ​ການ​ແລກປ່ຽນຄວາມ​ເຫັນ ​ແລະ​ປະສານ​ງານ​ບົນ​ພື້ນຖານເຄົາລົບ​ເຊິ່ງກັນ ​ແລະ​ກັນ, ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ ​ແລະ​ສະຫງວນ​ສິ່ງ​ທີ່ຕ່າງ​ກັນ, ຕັ້ງໜ້າ​ຊຸກຍູ້ການສ້າງ​ສະພາບ​ການ​ໃໝ່​ທີ່​ສອງ​ຝ່າຍ​ຮ່ວມ​ມື​​ກັນໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ.

ທ່ານກ່າວ​ຕື່ມ​ວ່າ: ສອງ​ຝ່າຍ​ຄວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ, ຊຸກຍູ້​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ດ້ວຍ​ຄຸນ​ນະພາ​ບສູງ ​ແລະ​ການ​ຮ່ວມ​ມື​ຕະຫຼາດ​ຝ່າຍ​ທີ​ສາມ​ລະຫວ່າງຈີນ-ຍີ່ປຸ່ນ. ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ການທ່ອງທ່ຽວ, ການ​ສຶກສາ ​ແລະ​ອື່ນໆ, ສະໜັບສະໜູນ​ຍີ່ປຸ່ນ​ຈັດ​ງານ​ໂອ​ລິ​ມປີກ​ໂຕ​ກຽວ ​ແລະ​ຈີນ​ຈັດ​ງານ​ໂອ​ລິ​ມປີກ​ລະດູ​ໜາວ​ປັກ​ກິ່ງ​​ໃຫ້​ບັນລຸ​ຜົນ​ຢ່າງ​ຈົບງາມ. ຄວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ດ້ານ​ຄວາມໝັ້ນຄົງ, ມີ​ຄວາມ​ຮັບຜິດຊອບ​ຕໍ່ສາກົນ, ປົກ​ປ້ອງລັດທິ​ຫຼາຍຝ່າຍ ​ແລະ​ການ​ຄ້າ​ເສລີ, ຊຸກຍູ້​ການ​ສ້າງ​ເສດຖະກິດ​ໂລກ​ແບບເປີດ​ກວ້າງ.

ທ່ານ​ຊິນ​ໂຊະ ອາ​ເບະກ່າວ​ວ່າ: ສາຍ​ພົວພັນ​ຍີ່ປຸ່ນ-ຈີນ​ມີ​ທ່າ​ອ່ຽງການພັດທະນາ​ທີ່​ດີ. ຍີ່ປຸ່ນ​​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ ​ແລະ​ຄອງ​ຄອຍ​ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນຈະ​ເດີນທາງ​ຢ້ຽມຢາມຍີ່ປຸ່ນທາງ​ລັດຖະກິດ​ໃນ​ລະດູ​​ໃບ​ໄມ້​ປົ່ງ​ປີ 2020, ຍີ່ປຸ່ນ​ຍິນ​ດີ​ແລກປ່ຽນຄວາມ​​ເຫັນ​ຢ່າງ​​ໃກ້ຊິດກັບ​ຝ່າຍ​ຈີນ ​ແລະ​ຍິນດີສ້າງສາ​ຍພົວພັນ​ຍີ່ປຸ່ນ-ຈີນ​ທີ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​​ຂອງ​ຍຸກ​ໃໝ່.