ພວກເຮົາຢາກຊ່ວຍ ເຕີ້ຊຽຍເຊິ້ງ, ເພື່ອໃຫ້ລູກ 3 ຄົນຂອງລາວໄດ້ຮຽນຈົບມະຫາວິທະຍາໄລ

2019-12-26 16:30:53 |ມາຈາກ: Yunnan Gateway

ເຕີ້ຊຽຍເຊິ້ງ ຊາວບ້ານທີ່ອາໄສຢູ່ບ້ານຈູຊ່ຽງ ຕາແສງຢົງຊົນ ເມືອງປົກຄອງຕົນເອງຊົນເຜົ່າລີ້ຊູອຸຍຊີ່. ລາວເຄີຍເປັນຄອບຄົວທີ່ມີຄວາມທຸກຍາກໃນແຕ່ກ່ອນ, ເຕີ້ຊຽຍເຊິ້ງ ມີລູກສາວ 3 ຄົນທີ່ກຳລັງຢູ່ໃນໄວຮຽນ, ໃນປີ 2017 ບ້ານຈູຊ່ຽງ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຊາວບ້ານທັງຫມົດຂອງບ້ານຈູຊ່ຽງເພື່ອບໍ່ໃຫ້ ເຕີ້ຊຽຍເຊິ້ງ ກັບຄືນໄປເປັນບ້ານທຸກຍາກຄືເມື່ອກ່ອນເພາະລູກຂອງລາວໄປເຂົ້າຮຽນ, ອຳນາດການປົກຄອງທຸກຂັ້ນ ແລະ ຊາວບ້ານ ລ້ວນແລ້ວແຕ່ໃຫ້ຄວາມຊ່ວຍເຫຼືອ, ເບິ່ງແຍງ ແລະ ສະໜັບສະໜູນ ເຕີ້ຊຽຍເຊິ້ງ.

ໃນປັດຈຸບັນນີ້, ເຕີ້ຊຽຍເຊິ້ງ ເຮັດວຽກເປັນຜູ້ຮັກສາຄວາມປອດໄພໃນໂຮງຮຽນປະຖົມຊົນເຜົ່າຂອງເມືອງອຸຍຊີ່, ທຸກເດືອນລາວມີລາຍໄດ້ 1,500 ຢວນ, ເມຍຂອງລາວເຮັດວຽກເປັນຜູ້ເຮັດອະນາໄມ ແລະ ຜູ້ຮັກສາປ່າໃນບ້ານນີ້, ທຸກເດືອນມີລາຍໄດ້ 500 ຢວນ ແລະ 800 ຢວນ. ເມື່ອຕອນທີ່ສ້າງເຮືອນໃໝ່, ລັດຖະບານໄດ້ໃຫ້ເງິນອຸດໜູນ 20,000 ຢວນ. ນອກຈາກນັ້ນ, ຍັງມີເງິນກູ້ຢືມໃຫ້ແກ່ລູກທີ່ຈະໄປເຂົ້າໂຮງຮຽນ. ປີໜຶ່ງມີຄັ້ງໜຶ່ງຄັ້ງລະ 8,000 ຢວນ, ເຊິ່ງສາມາດຊ່ວຍຈ່າຍຄ່າຮຽນໃຫ້ເດັກນ້ອຍໄດ້.

ການຊ່ວຍເຫລືອລົບລ້າງຄວາມທຸກຍາກແບບຖືກຈຸດຖືກເປົ້າຫມາຍ, ບໍ່ພຽງແຕ່ນຳພາຄວາມຜາສຸກມາສູ່ຄອບຄົວຂອງທ້າວ ເຕີ້ຊຽຍເຊິ້ງ, ໝົດບ້ານໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ, ພາຍຫຼັງປີ 2017, ເສັ້ນທາງໄດ້ຜ່ານໄປຮອດທຸກບ້ານທຸກຄອບຄົວ, ໄຟເຍືອງທາງພະລັງງານແສງຕາເວັນກໍ່ມີແລ້ວ, ດຽວນີ້, ຊີວິດການເປັນຢູ່ຂອງຊາວບ້ານບ້ານຈູຊ່ຽງນັບມື້ນັບມີຄວາມສຸກ.