ໃນ 3 ໄຕ​ມາດ​ທຳອິດຂອງ​ປີ​ນີ້ GDP ຂອງແຂວງຢຸນນານເຕີບ​ໂຕຂຶ້ນ 8,8%

2019-12-26 16:32:34 |ມາຈາກ: Yunnan Gateway

ກົມສະ​ຖິ​ຕິ​ແຂວງຢຸນນານໄດ້​ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິ​​ໃຫ້​ຮູ້​ວ່າ, ໃນ 3 ໄຕ​ມາດທຳອິດ​ຂອງ​ປີ​ນີ້, GDP ຂອງ​ແຂວງຢຸນນານບັນ​ລຸ 1297,185 ຕື້ຢວນ, ເຕີບ​ໂຕຂຶ້ນ 8,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.​ໃນນັ້ນ, ຂະແຫນງການຜະລິດທີຫນຶ່ງຂອງແຂວງຢຸນນານບັນລຸມູນຄ່າເພີ່ມ 157,232 ຕື້ຢວນ, ເຕີບ​ໂຕ 5,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ຂະແຫນງການຜະລິດທີສອງຂອງແຂວງຢຸນນານບັນລຸມູນຄ່າເພີ່ມ 496,090 ຕື້ຢວນ, ເຕີບ​ໂຕ 10,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ຂະແຫນງການຜະລິດທີສາມຂອງແຂວງຢຸນນານບັນລຸມູນຄ່າເພີ່ມ 643,863 ຕື້ຢວນ, ເຕີບ​ໂຕ 8,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.

ນອກຈາກນັ້ນ, ມູນຄ່າຂາເຂົ້າຂາອອກຂອງການຄ້າຕ່າງປະເທດແຂວງຢຸນນານ ເກີນ 200 ຕື້ຢວນເປັນຄັ້ງທຳອິດ, ອີງຕາມຂໍ້ມູນຈາກດ່ານພາສີນະຄອນຄຸນໝິງ: ນັບແຕ່ເດືອນມັງກອນ ເຖິງ ເດືອນພະຈິກປີນີ້, ມູນຄ່າຂາເຂົ້າຂາອອກຂອງການຄ້າຕ່າງປະເທດແຂວງຢຸນນານບັນ​ລຸ 208,98 ຕື້ຢວນ,ເຕີບ​ໂຕຂຶ້ນ 18% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ໃນນັ້ນ, ຂາເຂົ້າບັນລຸ 93,34 ຕື້ຢວນ,ເຕີບ​ໂຕຂຶ້ນ 24,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ຂາອອກບັນລຸ 115,64 ຕື້ຢວນ, ເຕີບ​ໂຕຂຶ້ນ 13,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​.