ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈໍາກັດເປັນຜູ້ສະໜອງໄຟຟ້າໃຫ້ໂຄງ​ການ​ທາງລົດໄຟລາວ-ຈີນ

2019-12-31 11:25:05 |ມາຈາກ: CRI

ຕາມຂ່າວ CRI: ທ້າຍປີ 2019 ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈໍາກັດ ໄດ້ວາງ ວາງສີລາລືກເປີດໂຄງການສະຫນອງໄຟຟ້າໃຫ້​ແກ່ເສັ້ນທາງລົດໄຟລາວ-ຈີນ ຢ່າງເປັນທາງການ ຢູ່ທີ່ສະຖານີຈ່າຍໄຟຟ້າໂຄກສະອາດນະຄອນຫລວງວຽງຈັນ,  ໃຫ້ກຽດເຂົ້າ ຮ່ວມໂດຍທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ບຸນອຸ້ມ ສີວັນເພັງ ​ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍ ຄູ່ຮ່ວມມືໂຄງການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງພັດ ອິນ​ທະ​ວົງ​ກ່າວວ່າ: ໂຄງການກໍ່ສ້າງສາຍສົ່ງເພື່ອສະໜອງໄຟຟ້າໃຫ້​ແກ່​ໂຄງ​ການທາງ ລົດໄຟລາວ-ຈີນຈະອຳນວຍຄວາມສະດວກແກ່ການດຳເນີນງານ ແລະການ​ເຄື່ອນ​ໄຫວຂອງ ທາງລົດໄຟລາວ-ຈີນ ເຊິ່ງເປັນໂຄງ​ການໜຶ່ງໃນແຜນການທີ່ສຳຄັນ ​ເພື່ອປະກອບສ່ວນເຂົ້າໃນ​ການ​ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ​ເມື່ອການສ້າງເສັ້ນ ທາງລົດໄຟລາວ-ຈີນສໍາເລັດຈະມີການປ່ຽນແປງອັນໃຫຍ່ຫຼວງຕໍ່ການພັດທະນາດ້ານເສດ ຖະກິດ-ສັງຄົມແລະການປັບປຸງຊີວິດການເປັນຢູ່ປະຊາຊົນ 4ແຂວງກໍ່​ຄືນະຄອນຫຼວງ​ວຽງ​ຈັນ​ທີ່ ເສັ້ນທາງລົດໄຟລາວຈີນ​ຜ່ານ.

ທ່ານ ບຸນອຸ້ມ ສີ​ວັນ​ເພັງໃຫ້ຮູ້ວ່າ: ໂຄງການສະຫນອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ-ຈີນຂອງ ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ແມ່ນການຮ່ວມມືລະຫວ່າງ ລັດວິ ສາຫະກິດໄຟລາວ ແລະບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ເຊິ່ງໂຄງການນີ້​ໄດ້​ສ້າງເງື່ອນ ໄຂທີ່​ດີ​ໃຫ້​ແກ່ການຮັບປະກັນ​ຂອງທາງລົດໄຟລາວ-ຈີນ; ເປັນໂຄງການຕາຂ່າຍໄຟ ຟ້າໃນການດໍາເນີນງານດ້ວຍຮູບແບບ BOT ໃນປະເທດລາວ ແລະເມື່ອໂຄງການນີ້ ໄດ້ຮັບຜົນສຳເລັດ ຈະສະສົມປະສົບການອັນ​ມະ​ຫາ​ສານ ແລະເປັນແບບຢ່າງອັນ ປະເສີດໃຫ້ກັບການກໍ່ສ້າງຕາຂ່າຍໄຟຟ້າແຫ່ງຊາດລາວ. ຫວັງວ່າ ບັນດາ​ຄູ່ຮ່ວມ​ວຽກ​ງານ ຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈຳກັດຈະສາມັກຄີຮ່ວມແຮງ​ຮ່ວມ​ໃຈ​ກັນ ເພື່ອສ້າງແບບຢ່າງໃນການບໍລິການໃຫ້​ແກ່ປະຊາຄົມຮ່ວມຊາຕາກຳ​ລາວ-ຈີນ.

ຕາມຂໍ້ມູນເຜີຍວ່າ ຕາມການສະໜັບສະໜູນຂອງລັດຖະບານລາວ ແລະພາກສ່ວນ ທີ່ກ່ຽວຂ້ອງ,ປັດຈຸບັນນີ້ທາງບໍລິສັດຮັບຜິດຊອບໂຄງການນີ້ໄດ້ສຳເລັດວຽງານການປະມູນດ້ານການກໍ່ສ້າງສາຍສົ່ງ ແລະດຳເນີນການກະກຽມກໍ່ສ້າງເປັນທີ່ຮຽບຮ້ອຍແລ້ວ ແລະຄາດຈະສຳເລັດຕາມເປົ້າໝາຍການກໍ່ສ້າງໃນເດືອນເມສາ 2021 .ນອກຈາກນີ້ ບໍລິສັດດັ່ງກ່າວຈະສ້າງຕັ້ງສາຍສົ່ງ 115 ກິໂລໂວນ, 20 ແລວສາຍ ແລະ ສ້າງຕັ້ງຂະ ຫຍາຍສະຖານນີຈ່າຍໄຟຟ້າຍ່ອຍ11ແຫ່ງ ແຕ່ເໜືອຮອດໃຕ້ເຊິ່ງກວມລວມມີ  4 ແຂວງ 1ນະຄອນຫຼວງ.