ໃນຕົ້ນປີນີ້, ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຖະໜົນໃນຄຸນໝິງໄດ້ກາຍເປັນຄວາມງຽບເຫງົາ. ຄຽງຄູ່ກັບວຽກງານປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ດີຂຶ້ນຢ່າງຕໍ່ເນື່ອງ,ແລະການຟື້ນຟູການຜະລິດແລະກັບຄືນໄປເຮັດວຽກທີ່ເປັນໄປຢ່າງເປັນລະບຽບ,ເມືອງນີ້ໄດ້ຄ່ອຍໆຟື້ນຟູຄວາມຈະເລີນຮຸ່ງເຮືອງ.ຄຸນໝິງແບບນີ້ແມ່ນສວຍງາມຫຼາຍ.