ຕະຫຼາດດອກໄມ້ໂຕ່ວນານຄຸນໝິງ:ດອກໄມ້ຂາຍດີໃນວັນພັກ

2020-10-10 17:33:34 |ມາຈາກ: Yunnan Gateway

ນັບຕັ້ງແຕ່ວັນ​ຊາດ​ຈີນ (ວັນທີ1-8 ຕຸລາ) ເປັນຕົ້ນມາ, ຕະຫຼາດດອກໄມ້ໂຕ່ວນານຄຸນໝິງ ແຂວງຢຸນນານ, ເຊິ່ງເປັນຕະຫຼາດຊື້ຂາຍດອກໄມ້ສົດທີ່ໃຫຍ່ທີ່ສຸດຂອງອາຊີ, ປະລິມານການຈໍລະຈອນຂອງຄົນໃນແຕ່ລະມື້ຍັງຄົງມີຫຼາຍກ່ວາ 20.000 ຄົນຕໍ່ມື້. ດອກໄມ້ຫລາຍພັນຊະນິດເຮັດໃຫ້ຄົນຮູ້ສຶກຕາມົວຕາລາຍ, ຄືກັບຢູ່ໃນໂລກຂອງດອກໄມ້ທີ່ມີສີສັນຫລາກຫລາຍ. ຊາວເມືອງຄຸນໝິງໃຊ້ວັນພັກຜ່ອນນີ້ມາຊື້ດອກໄມ້ເພື່ອປະດັບເຮືອນຂອງເຂົາເຈົ້າ, ນັກທ່ອງທ່ຽວຈາກຕ່າງແຂວງຫຼາຍຄົນກໍໄດ້ຖືເອົາຜະລິດຕະພັນດອກໄມ້ຢຸນນານເປັນຂອງຂວັນທີ່ລະລຶກທີ່ດີທີ່ສຸດ.