ສິ່ງປຸກສ້າງທີ່ມີເອກະລັກດ້ານວັດທະນະທຳແລະສິລະປະໃໝ່ຂອງເມືອງຕ້າຫຼີ: ຫໍລະຄອນໃຫຍ່ຢາງລີ້ຜີງ

2020-10-15 10:04:15 |ມາຈາກ: Yunnan Gateway

ຢູ່ເມືອງຕ້າຫຼີ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ທາງທິດຕາເວັນຕົກຂອງແຂວງຢຸນນານ.ໃນຕອນກາງຄືນ, ແສງໄຟຮຸ່ງຂຶ້ນໃນຫໍລະຄອນໃຫຍ່ຢາງລີ້ຜີງ, ຫໍລະຄອນໃຫຍ່ມີການອອກແບບທີ່ມີລັກສະນະພິເສດ ແລະ ມີສິລະປະຫຼາຍ, ດຶງດູດຊາວເມືອງ ແລະ ນັກທ່ອງທ່ຽວຈຳນວນຫຼາຍ ມາທີ່ນີ້ເພື່ອທ່ຽວຊົມ.

ຫໍລະຄອນໃຫຍ່ ເລີ່ມການກໍ່ສ້າງ ໃນເດືອນທັນວາ 2015 ແລະ ສຳເລັດການກໍ່ສ້າງໃນເດືອນກັນຍາປີນີ້. ປະຈຸບັນ, ຫໍລະຄອນໃຫຍ່ກຳລັງມີການສະແດງລະຄອນດົນຕີຊົນເຜົ່າ "ອາພົງຊອກຫາຈິນຫົວ",ເຊິ່ງເລົ່າເລື່ອງຄວາມຮັກຂອງຊາວຊົນເຜົ່າໃນທ້ອງຖິ່ນ, ແລະ ດຶງດູດນັກທ່ອງທ່ຽວເຂົ້າມາເບິ່ງຢ່າງຫຼວງຫຼາຍ.