ນຳໃຊ້ການຟ້ອນແນະນຳໝາກໂປມຈາກບ້ານເກີດ

2020-10-20 18:10:22 |ມາຈາກ: Yunnan Gateway

ນາງ ວັງຢີດີ ຜູ້ມີອາຍຸ 19 ປີໃນປີນີ້,ລາວແມ່ນຜູ້ຍິງຄົນຫູໜວກ ທີ່ອາໄສຢູ່ບ້ານເຊຍຈ່າຍຢູ ຕາແສງຊີລິ ເມືອງຊີຢວນເມືອງຈີບໍ ແຂວງຊານຕົງ ທີ່ຕັ້ງຢູ່ພາກຕາເວັນອອກຂອງຈີນ. ໃນປີ 2019, ພໍ່ຂອງນາງ ວັງຢີດີ ກັບໄປບ້ານເກີດເພື່ອ ພັດທະນາຂະແໜງການປູກໝາກໂປມ. ໃນຍາມເກັບກ່ຽວໝາກໂປມໃນປີນີ້, ເພື່ອຊ່ວຍຂະຫຍາຍຊ່ອງທາງການຂາຍໝາກໂປມຂອງບ້ານເກີດ, ນາງ ວັງຢີດີ ຜູ້ທີ່ບໍ່ສາມາດໃຊ້ຄຳເວົ້າມາໂຄສະນາ ແລະ ຍ້ອງຍໍຊົມເຊີຍໝາກໂປມຈາກບ້ານເກີດຂອງຕົນ, ລາວ ໄດ້ສະແດງຄວາມຮູ້ສຶກອັນຈິງໃຈຕໍ່ບ້ານເກີດໂດຍຜ່ານການຟ້ອນ, ແລະ ເພື່ອຊ່ວຍໃຫ້ໝາກໂປມຂອງບ້ານເກີດໄດ້ຖືກຈຳໜ່າຍໄປທົ່ວທຸກເຂດໃນປະເທດຈີນ.

ໃນສວນໝາກໄມ້, ນາງກຳລັງໃຊ້ວິຊາ ຄວາມຮູ້ໃນດ້ານສື່ມວນຊົນໃໝ່ ແລະ ຄວາມຊຳນານພິເສດໃນ ດ້ານການເຕັ້ນການຟ້ອນຂອງນາງ ທີ່ໄດ້ຮຽນໃນມະຫາວິທະຍາໄລ, ໂດຍຜ່ານເວທີສື່ມວນຊົນໃໝ່ ລາວທັງສະແດງການຟ້ອນລຳທີ່ຕົນເອງຈັດລຽງມາ, ແລະ ທັງຂາຍໝາກໂປມຈາກບ້ານເກີດຂອງລາວ. ປັດຈຸບັນນີ້,ຊາວສວນໝາກໄມ້ໄດ້ຮັບໃບສັ່ງຈອງຊື້ ໝາກໂປມ ເກືອບ 50 ພັນກິໂລ.