ແຂວງຢຸນນານ: ສ້າງທີ່ຢູ່ອາໄສທີ່ສະດວກສະບາຍໃຫ້ລີງສີຄຳຢຸນນານ

2020-12-25 16:04:48 |ມາຈາກ: Yunnan Gateway

ລີງສີຄຳຢຸນນານ ອາໄສຢູ່ປ່າດົງທາງພາກຕາເວັນຕົກສ່ຽງເໜືອຂອງແຂວງຢຸນນານ ແລະ ພາກຕາເວັນອອກສ່ຽງໃຕ້ຂອງເຂດທິເບດ ປະເທດຈີນ. ພວກມັນເປັນສັດຫາຍາກທີ່ມີເອກະລັກສະເພາະຂອງປະເທດຈີນ, ຈຳນວນລີງທີ່ອາໄສໃນຖິ່ນດຽວກັນມີປະມານ 3.000 ໂຕ, ແລະຖືກຈົດທະບຽນເປັນສັດສະຫງວນອັນສຳຄັນລະດັບທຳອິດຂອງຈີນ.

ເພື່ອປົກປ້ອງຈຳນວນຂອງລີງ ແລະ ບ່ອນຢູ່ອາໄສຂອງລີງສີຄຳຢຸນນານ, ໃນເດືອນກໍລະກົດ 2019, ແຂວງຢຸນນານໄດ້ສ້າງຕັ້ງເຄືອຂ່າຍອະນຸລັກທົ່ວທຸກເຂດຂອງລີງສີຄຳໃນຢຸນນານ ຢູ່ເມືອງຊຽງເກີລິລາ. ການຊູກຍູ້ສ້າງຕັ້ງອົງການຈັດຕັ້ງດັ່ງກ່າວນີ້ ໂດຍຫ້ອງການປ່າໄມ້ ແລະ ທົ່ງຫຍ້າແຂວງຢຸນນານສົມທົບກັບອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ, ອົງການຄົ້ນຄວ້າວິທະຍາສາດ ແລະ ສະຖາບັນເອກະຊົນ, ໄດ້ລົງທຶນຫລາຍກວ່າ 10 ລ້ານຢວນ, ຈັດຕັ້ງປະຕິບັດການຟື້ນຟູແລວທາງ ແລະ ປູກປ່າໄມ້ທີ່ມີເນື້ອທີ່6,100 ມູ້ (ມູ້: ຫົວໜ່ວຍວັດແທກຂອງຈີນ, 1 ມູ້=667 ຕາແມັດ) ໃນບ່ອນຢູ່ອາໄສຂອງລີງສີຄຳຢຸນນານ, ເພື່ອເຊື່ອມຕໍ່ທີ່ຢູ່ອາໄສຂອງລີງສີຄຳຢຸນນານ.

ມາຮອດເດືອນທັນວາປີ 2020, ຈຳນວນສະມາຊິກຂອງເຄືອຂ່າຍອະນຸລັກທັງໝົດເຂດລີງສີຄຳຢຸນນານໄດ້ເພີ່ມຂຶ້ນເປັນ 26 ຫົວໜ່ວຍ. ໃນໄລຍະໜຶ່ງປີທີ່ຜ່ານມາ, ໄດ້ມີການລະດົມເງິນສະສົມຫຼາຍກວ່າ 19 ລ້ານຢວນ. ບ່ອນຢູ່ອາໄສໄດ້ຮັບການກໍ່ສ້າງດີຂື້ນ, ແລະ ສະພາບແວດລ້ອມການດຳລົງຊີວິດຂອງລີງສີຄຳຢຸນນານກໍ່ນັບມື້ນັບດີຂື້ນ!