ລະດູລີ້ຊູ່ນ| ໃນທີ່ສຸດການຄອງຄອຍທັງໝົດຈະຮັບເອົາສິ່ງທີ່ດີເຂົ້າມາ

2020-02-04 17:23:00 |ມາຈາກ: Yunnan Gateway

ໃນວັນທີ 4 ເດືອນກຸມພາ, ແມ່ນລະດູລີ້ຊູ່ນ. ເຖິງແມ່ນວ່າຕອນນີ້ທັດສະນີຍະພາບຍັງເປັນພາບວິວໃນລະດູໜາວ, ແຕ່ວ່າລະດູໃບໄມ້ປົ່ງໄດ້ເຮັດໃຫ້ປະຊາຊົນຄິດໄປເຖິງ ການເລີ່ມຕົ້ນໃໝ່ ແລະ ຈຸດເລີ່ມຕົ້ນໃໝ່. ການປະເຊີນໜ້າກັບການພະ​ຍາດ​ອັກເສບ​ປອດຢ່າງກະທັນຫັນ, ທຸກຄົນໄດ້ເອົາໃຈໃສ່ແລະຊ່ວຍເຫຼືອກັນ. ພວກເຮົາເຊື່ອວ່າເມື່ອຮອດເວລາທີ່ ດອກໄມ້ເບັ່ງບານອອກດອກ ໃນລະດູໃບໄມ້ປົ່ງ, ທຸກສິ່ງທຸກຢ່າງຈະກັບມາມີຊີວິດຊີວາ, ແລະ ສິ່ງດີໆທຸກຢ່າງຈະຄ່ອຍໆແຍ້ມບານອອກມາ.